Homeຂ່າວການພັດທະນາພິທີເປີດນຳໃຊ້ເຂື່ອນໄຟຟ້ານ້ຳຕົກ ນ້ຳແບງ ເມືອງ ປາກແບງ ແຂງ ອຸດົມໄຊ

ພິທີເປີດນຳໃຊ້ເຂື່ອນໄຟຟ້ານ້ຳຕົກ ນ້ຳແບງ ເມືອງ ປາກແບງ ແຂງ ອຸດົມໄຊ

Published on

ພິທີເປີດການນຳໃຊ້ເຂື່ອນໄຟຟ້ານ້ຳຕົກ ນ້ຳແບງ ເມືອງ ປາກແບງ ແຂງ ອຸດົມໄຊ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 13 ມັງກອນ 2017 ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ດຣ. ສີນາວາ ສຸພານຸວົງ ສະມາຊິກສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ເປັນກຽດເຂົ້າຮ່ວມໂດຍມີບັນດາການນຳຂັ້ນສູງກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຝ່າຍບໍລິສັດຮັບເໝົາກໍ່ສ້າງ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

1855

ໃນພິທີ ທ່ານ ເຈີງເຊິງຈິນ ຮອງປະທານບໍລິສັດ ໄຟຟ້ານ້ຳຕົກນ້ຳແບງ ຈຳກັດ ໄດ້ໃຫ້ກຽດລາຍງານສະພາບການຈັດຕັ້ງປະຕິບັດໂຄງການ ໂດຍໃຫ້ຮູ້ວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກນ້ຳແບງ ເປັນໂຄງການຮ່ວມມືໂຄງການທີ 2 ທີ່ຮ່ວມມືກັບລັດຖະບານລາວ ພະລັງງານຕິດຕັ້ງຂອງໂຄງການແມ່ນ 36 ເມັກກາວັດ ແລະ ໃຊ້ອຸໂມງສົ່ງນ້ຳ, ສິ່ງກໍ່ສ້າງສຳຄັນຂອງໂຄງການມີ: ເຂື່ອນ, ໂຮງຈັກໄຟຟ້າ, ເຂື່ອນມີຄວາມສູງ 25.5 ແມັດ, ອຸໂມງສົ່ງນ້ຳຍາວ 4.5 ກິໂລແມັດ, ສາມາດຜະລິດກະແສໄຟຟ້າໄດ້ 141 ຈິກະວັດຕໍ່ປີ, ເລີ່ມແຕ່ເດືອນ ມິຖຸນາ 2006 ໄດ້ເຊັນສັນຍາຂໍ້ຕົກລົງຮ່ວມກັນ ຈົນເຖິງເດືອນ ທັນວາ 2016 ໄດ້ສຳເລັດການກໍ່ສ້າງ ໃຊ້ເວລາທັງໝົດ 10 ປີ ແລະ ໃຊ້ທຶນການກໍ່ສ້າງທັງໝົດກວ່າ 72 ລ້ານໂດລາສະຫະລັດ.

5034

ຈາກນັ້ນ ທ່ານປະທານ ກໍ່ໄດ້ໃຫ້ກຽດກ່າວຄຳຄິດເຫັນ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງໂຄງການ ແລະ ຫວັງວ່າຈະເປັນສ່ວນໜຶ່ງໃນການປະກອບສ່ວນພັດທະນາດ້ານເສດຖະກິດຂອງຊາດໃນອະນາຄົດ ພ້ອມທັງລັ່ນຄ້ອງເປີດພິທີຢ່າງເປັນທາງການ.

ໂດຍນັກຂ່າວ:​ ບຸນນາກ ຄໍາເພັງ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...