spot_img
Home​ຂ່າວທ່ອງທ່ຽວໄຊຍະບູລີ ເລັ່ງຝຶກແອບຊ້າງກວ່າ 30 ເຊືອກ ເພື່ອເຮັດການສະແດງທີ່ໜ້າປະທັບໃຈໃນງານມະຫະກຳບຸນຊ້າງ

ໄຊຍະບູລີ ເລັ່ງຝຶກແອບຊ້າງກວ່າ 30 ເຊືອກ ເພື່ອເຮັດການສະແດງທີ່ໜ້າປະທັບໃຈໃນງານມະຫະກຳບຸນຊ້າງ

Published on

ຂປລ. ເຈົ້າໜ້າທີ່ວິຊາສະເພາະພາຍໃນແຂວງໄຊຍະບູລີເຄັ່ງຮ້ອນຝຶກຊ້ອມຊ້າງ 30 ເຊືອກ ໃນ 21 ລາຍການສະແດງເພື່ອກະກຽມຄວາມເຂົ້າຮ່ວມການສະແດງໃນເທດສະການງານມະຫະກຳບຸນຊ້າງ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 17-19 ກຸມພາ 2017 ນີ້ ຢູ່ທີ່ສະໜາມຫລວງເມືອງ, ແຂວງໄຊຍະບູລີ ຂະນະທີ່ ອໍານາດການປົກຄອງແຂວງດັ່ງກ່າວຄາດຄະເນວ່າບຸນຊ້າງປີນີ້ຈະມີແຂກທັງພາຍໃນ ແລະ ຕ່າງປະເທດໄປທ່ອງທ່ຽວເພີ່ມຂຶ້ນຈາກປີ 2016 ຜ່າມາມີພຽງແຕ່ 150.000 ກວ່າຄົນມາເປັນ 300,000 ກວ່າຄົນ.

1075

ທ່ານ ຄຳຫລ້າ ຜິວວັນນາ ຜູ້ຮອບຜິດຊອບກ່ຽວກັບ ກິດຈະກຳບຸນຊ້າງ ໄດ້ໃຫ້ສຳພາດຫວ່າງບໍ່ດົນມານີ້ວ່າ: ປັດຈຸບັນພວກເຮົາໄດ້ນຳເອົາຊ້າງ 30 ເຊືອກ ໃນນັ້ນຈາກເມືອງທົ່ງມີໄຊ 9 ເຊືອກ, ເມືອງປາກລາຍ 7 ເຊືອກ, ເມືອງບໍ່ແຕນ 3 ເຊືອກ, ເມືອງໄຊຍະບູລີ 3 ເຊືອກ, ເມືອງຫົງສາ 3 ເຊືອກ ແລະ ເມືອງ ພຽງ 5 ເຊືອກ ມາຝຶກເພື່ອສ້າງຄວາມຄຸ້ນເຄີຍກັນ, ຮັບປະກັນການສະແດງໃຫ້ອອກມາດ້ວຍຄວາມປະທັບໃຈຕໍ່ຜູ້ຊົມ ແລະ ຫວັງຈະສ້າງຄວາມ ເບີກບານມ່ວນຊື່ນ ໃຫ້ກັບນັກທ່ອງທ່ຽວ. ບັນດາຄວັນຊ້າງໄດ້ເລີ່ມຝຶກຊ້ອມຊ້າງມາແຕ່ວັນທີ 15 ມັງກັນ ແລະ ຈະສືບຝຶກຈົນເຖິງງານມະຫະກຳບຸນຊ້າງເປີດເປັນທາງການ ເພາະວ່າ ຊ້າງແຕ່ລະເຊືອກຈະໄດ້ມີເວລາດົນໃນການຝຶກ ແລະ ຈື່ຈັງ ຫວະທ່າທີການສະແດງຕ່າງໆໄດ້ຫລາຍຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ ຝຶກຈັບທຸງຊາດ, ຝຶກຊ້າງຕີກອງ, ຝຶກຊ້າງດຶງເຊືອກກັບຄົນ, ຝຶກຊ້າງຟ້ອນໃຫ້ເຂົ້າກັບສຽງແຄນ ແລະ ອື່ນໆອີກ.

ແນວໃດກໍດີ ສຳລັບສະບຽງອາຫານຂອງຊ້າງນັ້ນພວກເຮົາໄດ້ລະດົມຈາກ ປະຊາຊົນໃນແຕ່ລະເຂດ, ຫົວໜ່ວຍທຸລະ ກິດ ແລະ ບັນດາຫ້າງຮ້ານຕ່າງໆ ພ້ອມທັງຮັບປະກັນວ່າ ສະບຽງອາຫານແມ່ນມີພຽງພໍ ແລະ ປອດໄພ.

ງານມະຫາກຳບຸນຊ້າງ ໄຊຍະບູລີ ເປັນບຸນປາງບຸນໃຫຍ່ ທີ່ຈັດຂຶ້ນເພື່ອຊຸກຍູ້ ແລະ ສົ່ງເສີມວຽກງານທ່ອງທ່ຽວຂອງ ແຂວງໄຊຍະບູລີ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ບຸນງານດັ່ງກ່າວ ຢ່າງກວ້າງຂວາງ ທັງເປັນການອະນຸລັກສີລະປະ-ວັດທະນະທຳ ອັນເປັນຮີດຄອງປະເພນີ ທີ່ເປັນເອກະລັກຂອງທ້ອງຖິ່ນ ທີ່ມີຄວາມຕິດພັນກັບຊ້າງ ມາແຕ່ບູຮານນາການ ເຊິ່ງງານມະຫະກຳບຸນຊ້າງດັ່ງກ່າວ ໄດ້ຍົກລະດັບໃຫ້ເປັນ ເທດສະການທ່ອງທ່ຽວ ລະດັບແຂວງ ແລະ ລະດັບຊາດ ນັບແຕ່ປີ 2012 ເປັນຕົ້ນມາ, ຄາດວ່າປີນີ້ຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຊົມຫລາຍກວ່າ 300,000 ຄົນ.

ຂ່າວ: ກິດຕາ (ສຳນັກຂ່າວສານປະເທດລາວ)

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...