spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສັບພະຄຸນທາງຢາຂອງ ຜັກຫອມເປ ຊ່ວຍຕ້ານພະຍາດ

ສັບພະຄຸນທາງຢາຂອງ ຜັກຫອມເປ ຊ່ວຍຕ້ານພະຍາດ

Published on

ຜັກຫອມເປ ມີວິຕາມິນ ແລະແຮ່ທາດຫຼາຍຢ່າງທີ່ສຳຄັນກັບຮ່າງກາຍ, ນອກຈາກນັ້ນ ຍັງມີສັບພະຄຸນທາງຢາຊ່ວຍປິ່ນປົວພະຍາດ ແລະຊ່ວຍບຳລຸງສ່ວນຕ່າງໆຂອງຮ່າງກາຍດັ່ງນີ້

  1. ມີສານຕ້ານອະນຸມູນອິດສະລະສູງ ເຊິ່ງຊ່ວຍຢັບຢັ້ງການເສື່ອມຂອງເຊວຕ່າງໆໃນຮ່າກາຍ
  2. ຊ່ວຍບຳລຸງກະດູກ ແລະແຂ້ວໃຫ້ແຂງແຮງ
  3. ຊ່ວຍຢັບຢັ້ງການຂະຫຍາຍຕົວຂອງເຊວມະເຮັງ ຊ່ວຍປ້ອງກັນການເກີດພະຍາດມະເຮັງ
  4. ຊ່ວຍຫຼຸດລະດັບຄວາມດັນເລືອດສູງ
  5. ຊ່ວຍເຮັດໃຫ້ຕ່ອມໄທຣອຍເຮັດວຽກໄດ້ຢ່າງປົກກະຕິ
  6. ຊ່ວຍບໍາລຸງຜິວ, ເສັ້ນຜົມ ແລະເລັບໃຫ້ແຂງແຮງ
  7. ຊ່ວຍຮັກສາຄວາມສົມດູນຂອງຮ່າງກາຍໄດ້ເປັນຢ່າງດີ ດ້ວຍການເອົາໃບມາເຮັດເປັນຊາກິນມື້ລະ 3​ ຈອກ
  8. ຊ່ວຍບັນເທົາອາການເຈັບຫົວ
  9. ຊ່ວຍຂັບເຫື່ອໄດ້ດີ
  10. ຊ່ວຍກິນແກ້ອາການເປັນຫວັດ
  11. ຊ່ວຍແກ້ໄຂ້ມາເລເລຍ ດ້ວຍການໃຊ້ຕົ້ນມາຕົ້ມກັບນໍ້າແລ້ວດື່ມ
  12. ຊ່ວຍແກ້ອາການທ້ອງອືດ, ຊ່ວຍລະບາຍທ້ອງ ດ້ວຍການດື່ມນໍ້າຕົ້ມໃບຜັກຫອມເປ
  13. ຊ່ວຍຂັບນໍ້າປັດສະວະ ດ້ວຍການດື່ມນໍ້າຕົ້ມຮາກ
  14. ຊ່ວຍແກ້ພິດງູ ດ້ວຍການເອົາຕົ້ນມາຕຳ ແລ້ວເອົາໄປພອກບໍລິເວນທີ່ຖືກງູກັດ
  15. ຊ່ວຍປິ່ນປົວບາດແຜຊໍ້າເຮື້ອ ດ້ວຍການໃຊ້ໃບມາຕຳ ແລ້ວພອກບໍລິເວນທີ່ເປັນບາດແຜ
  16. ໃບຊ່ວຍໃຫ້ບາດແຜສົດ ເລືອດຢຸດໄຫຼໄວ
  17. ຊ່ວຍດັບກິ່ນຄາວຂອງອາຫານ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...