Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ບໍ່ຄວນກິນຫຼາຍເກີນໄປ ເພາະສ່ຽງໝາກໄຂ່ຫຼັງເຮັດວຽກໜັກ ແລະສ່ຽງພະຍາດມະເຮັງ

ອາຫານທີ່ບໍ່ຄວນກິນຫຼາຍເກີນໄປ ເພາະສ່ຽງໝາກໄຂ່ຫຼັງເຮັດວຽກໜັກ ແລະສ່ຽງພະຍາດມະເຮັງ

Published on

ການກິນອາຫານບາງຊະນິດ ກິນໜ້ອຍກໍໄດ້ປະໂຫຍດຕໍ່ສຸຂະພາບຮ່າງກາຍ, ແຕ່ອາຫານບາງຊະນິດ ຖ້າຫາກກິນຫຼາຍ ຫຼືກິນຕະຫຼອດ ອາດສົ່ງຜົນຮ້າຍຕໍ່ສຸຂະພາບ ເຮັດໃຫ້ສ່ຽງເປັນພະຍາດໄດ້ຫຼາຍໆຊະນິດດັ່ງນີ້

  1. ໄຂ່ຍ່ຽວມ້າ: ໄຂ່ຍ່ຽວມ້າ ມີຕະກົ່ວຫຼາຍ ເຊິ່ງຕະກົ່ວເຮັດໃຫ້ການດູດຊຶມແຄວຊຽມໜ້ອຍລົງ ກິນຕະຫຼອດສ່ຽງພະຍາດກະດູກບາງ ແລະອາດເປັນພະຍາດສະໝອງເສື່ອມໄດ້
  2. ປີ້ງຊີ້ນ: ການປີ້ງເຮັດໃຫ້ເກີດສານເບນໂຊໄພຣີນ ເຊິ່ງເປັນສານກໍ່ມະເຮັງ
  3. ອາຫານດອງຕ່າງໆ: ຈະເຮັດໃຫ້ຮ່າງກາຍໄດ້ຮັບໂຊດຽມຫຼາຍເກີນໄປ ຖ້າກິນຕະຫຼອດ ຫຼືກິນຫຼາຍເກີນໄປ ຈະເຮັດໃຫ້ຫົວໃຈເຮັດວຽກໜັກ ເກີດຄວາມດັນເລືອດສູງ ແລະພະຍາດຫົວໃຈໄດ້ງ່າຍ, ນອກຈາກນັ້ນ ການອງຍັງເຮັດໃຫ້ເກີດສານແອມໂມນຽມໄນໄຕຣ ເຊິ່ງເປັນສານກໍ່ມະເຮັງ
  4. ຕັບໝູ: ຕັບໝູມີຄໍເລດເຕີລໍສູງ ການກິນຕັບໝູຕະຫຼອດ ຫຼືຫຼາຍເກີນໄປ ຈະເຮັດໃຫ້ສ່ຽງເປັນພະຍາດຫົວໃຈ ເສັ້ນເລືອດສະຫມອງອຳມະພາດ ແລະພະຍາດມະເຮັງເພີ່ມຂຶ້ນ
  5. ຜັກຫົມ: ມີສານອາຫານຫຼາຍ ແຕ່ມີກົດອອກຊາເລດຫຼາຍ ເຮັດໃຫ້ເກີດການຂັບສັງກະສີ ແລະແຄວຊຽມອອກຈາກຮ່າງກາຍຫຼາຍເກີນໄປ ການກິນຕະຫຼອດ ຫຼືຫຼາຍເກີນໄປ ອາດເຮັດໃຫ້ເກີດການຂາດແຄວຊຽມ ຫຼືສັງກະສີໄດ້
  6. ໝີ່ສຳເລັດຮູບ: ມີສານກັນບູດ, ສານແຕ່ງລົດຊາດສູງ ແລະມີຄຸນຄ່າທາງອາຫານຕໍ່າ, ການກິນໝີ່ຫຼາຍເກີນໄປ ຫຼືກິນຕະຫຼອດ ອາດເຮັດໃຫ້ເກີດຄວາມສ່ຽງຕໍ່ການຂາດສານອາຫານ ແລະການສະສົມຂອງສານພິດໄດ້
  7. ແກ່ນຕາເວັນ: ມີກົດໄຂມັນອິ່ມຕົວສູງ ເຊິ່ງການກິນຫຼາຍເກີນໄປ ຫຼືກິນຕະຫຼອດ ເຮັດໃຫ້ຂະບວນການເຄມີໃນຮ່າງກາຍຜິດປົກກະຕິ ເຮັດໃຫ້ເກີດການສະສົມໃນຕັບ ອາດເຮັດໃຫ້ສ່ຽງຕໍ່ການເປັນພະຍາດຕັບແຂງໄດ້
  8. ແປ້ງນົວ: ການກິນແປ້ງນົວຕະຫຼອດ ຫຼືກິນຫຼາຍເກີນໄປ ຈະເຮັດໃຫ້ເກີດພາວະກົດກລູຕາມິກໃນເລືອດສູງ ອາດເຮັດໃຫ້ເຈັບຫົວ, ໃຈສັ່ນ, ປວດຮາກໄດ້ດັ່ງນັ້ນ ເມື່ອເຮົາຮູ້ຜົນເສຍແບບນີ້ແລ້ວ ການກິນອາຫານດັ່ງກ່າວນັ້ນ ກໍບໍ່ຄວນກິນຫຼາຍ ຫຼືກິນອາຫານຊະນິດນັ້ນຕະຫຼອດ, ແຕ່ຖ້າກິນເລັກໜ້ອຍເທົ່ານັ້ນ ກໍບໍ່ມີຜົນເສຍຫຍັງ

    ທີ່ມາ: http://www.lovenayou.com/6978/

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...