Homeນານາສາລະ7 ເຄັດລັບຄວາມງາມ ຈາກໝາກນາວ

7 ເຄັດລັບຄວາມງາມ ຈາກໝາກນາວ

Published on

ສູດລັບຄວາມງາມ ດ້ວຍວິທີທຳມະຊາດ ມີຫຼາຍໆວິທີ ແລະຫຼາຍໆສູດທີ່ໄດ້ຮັບຜົນດີ ແຕ່ກໍມີໜ້ອຍທີ່ຈະມີປະໂຫຍດຫຼາຍໆລວມໄວ້ຢ່າງດຽວຄືກັນກັບໝາກນາວ, ເຖິງວ່າໝາກນາວໜ່ວຍນ້ອຍ ແຕ່ມີສັບພະຄຸນຫຼາຍຢ່າງຕໍ່ຮ່າງກາຍ

  1. ກຳຈັດສິວສ້ຽນ ຫຼືສິວຫົວດຳ: ໝາກນາວມີສານທຳລາຍແບັກທີເລຍ ທີ່ສາມາດຊ່ວຍຮັກສາສິວໄດ້ ບໍ່ວ່າຈະສິວສ້ຽນ, ສິວຫົວດຳ, ຮອຍດຳຈາກສິວ ພຽງແຕ່ຜ່າໝາກນາວເປັນປ່ຽງ ຄັ້ນເອົານໍ້າມາທາບໍລິເວນທີ່ມີບັນຫາເລື່ອງສິວ ປະໄວ້ 15 ນາທີ ເຮັດແບບນີ້ຕະຫຼອດສິວຈະຄ່ອຍໆຫຼຸດອອກມາ
  2. ແກ້ບັນຫາສອກ ແລະຫົວເຂົ່າດຳ: ພຽງແຕ່ເອົາໝາກນາວມາຂັດຫົວເຂົ່າ ແລະສອກຕະຫຼອດ ຈະເຮັດໃຫ້ບັນຫາສອກເຂົ່າດຳນັ້ນໝົດໄປ
  3. ເຮັດໃຫ້ຜິວຂາວຂຶ້ນ: ເພາະໝາກນາວມີວິຕາມິນຊີ ແລະກົດຊິຕຣິກຫຼາຍທີ່ສຸດໃນບັນດາໝາກໄມ້ ເຊິ່ງສາມາດເຮັດໃຫ້ຜິວຂາວໃສຂຶ້ນມາໄດ້, ວິຕາມິນຊີ ຊ່ວຍໃນການຟື້ນຟູ ແລະຜະລິດຄໍລາເຈນໃຫ້ກັບຜິວ ນັ້ນສະແດງໃຫ້ເຫັນວ່າ ສາມາດຊ່ວຍເຮັດໃຫ້ຈຸດດ່າງດຳຫຼຸດລົງ ແລະແກ້ບັນຫາສີຜິວບໍ່ສະໝໍ່າສະເໝີໄດ້ ດ້ວຍການໃຊ້ໝາກນາວທາບໍລິເວນທີ່ມີບັນຫານັ້ນ
  4. ຮັກສາອາການຮ້ອນໃນ: ດ້ວຍການໃຊ້ນໍ້າມັນຫອມລະເຫີຍທີ່ສະກັດຈາກໝາກນາວ ມາທາບໍລິເວນທີເປັນຮ້ອນໃນຈະຊ່ວຍຮັກສາແຜໃຫ້ດີໄວຂຶ້ນ
  5. ຊ່ວຍຫຼຸດຄວາມມັນເທິງໃບໜ້າ ແລະກະຊັບຮູຂຸມຂົນ: ສຳລັບສາວໆ ທີ່ມີບັນຫາຜິວມັນ ລອງເອົານໍ້າໝາກນາວປະສົມກັບນໍ້າເຜິ້ງ ພອກໜ້າປະໄວ້ປະມານ 20​ນາທີ ແລ້ວລ້າງອອກ ເຮັດແບບນີ້ 2-3 ອາທິດຕໍ່ຄັ້ງ ຮູຂຸມຂົນຈະນ້ອຍລົງ ແລະບັນຫາຜິວມັນຈະບໍ່ມີອີກຕໍ່ໄປ
  6. ເອົາໝາກນາວມາຂັດປາກ: ດ້ວຍການເອົານໍ້າໝາກນາວເລັກໜ້ອຍມາທາປາກກ່ອນນອນ ແລະລ້າງອອກໃນຕອນເຊົ້າ ຈະຊ່ວຍໃຫ້ເຊວຜິວທີ່ຕາຍແລ້ວ ແລະຜິວທີ່ແຫ້ງຫຼຸດອອກມາ
  7. ຊ່ວຍປັບລະບົບຂັບຖ່າຍ, ດີທ໊ອກລຳໄສ້ ແລະຊ່ວຍຫຼຸດນໍ້າໜັກ: ພຽງແຕ່ບີບນໍ້າໝາກນາວ 1 ໜ່ວຍ ປະສົມກັບໂຊດາ 1 ແກ້ວ ເຊິ່ງມີລິດເປັນກົດ ແລ້ວດື່ມທຸກເຊົ້າ ຈະຊ່ວຍກະຕຸ້ນໃຫ້ລຳໄສ້ບີບຕົວ ເພື່ອໃຫ້ສານພິດຖືກດັນອອກມາພ້ອມກັບເວລາຖ່າຍໜັກ, ຫຼັງຈາກດື່ມແລ້ວ ຈະຮູ້ສຶກເຈັບທ້ອງເຂົ້າຫ້ອງນໍ້າທັນທີ ເຊິ່ງວິທີນີ້ເອີ້ນວ່າວ “ດີທ໊ອກລຳໄສ້” ເປັນວິທີທີ່ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກຢ່າງເປັນປົກກະຕິ ຮ່າງກາຍສາມາດເຜົາຜານໄຂມັນສ່ວນເກີນໄດ້ເຕັມທີ່

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...