Homeຂ່າວການພັດທະນາແກ້ໄຂຂໍ້ຄົງຄ້າງເຂດປ່າສະຫງວນ ຫີນໜາມໜໍ່ ສະເໜີເຂົ້າເປັນມໍລະດົກໂລກ

ແກ້ໄຂຂໍ້ຄົງຄ້າງເຂດປ່າສະຫງວນ ຫີນໜາມໜໍ່ ສະເໜີເຂົ້າເປັນມໍລະດົກໂລກ

Published on

ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວກັບ​ບັນດາ​ຂະ​ບວນ​ການ​ຕ່າງໆ ເພື່ອ​ສະເໜີ​ເຂດ​ປ່າ​ສະຫງວນແຫ່ງ​ຊາດ ຫີນ​ໜາມ​ໜໍ່ ເມືອງ​ບົວລະ​ພາ ແຂວງ​ຄຳ​ມ່ວນ ຂຶ້ນ​ເປັນ​ມໍລະ​ດົກ​ໂລກ​ທາງ​ດ້ານ​ທຳ​ມະ​ຊາດ ຈັດ​ຂຶ້ນ​ວັນ​ທີ 26 ມັງກອນ 2017 ທີ່​ໂຮງແຮມ​ວຽງ​ຈັນ​ພາ​ຊາ ເປັນປະທານ​ຂອງ​ທ່ານ ບົວ​ເງິນ ຊາພູ​ວົງ ຮອງ​ລັດຖະມົນຕີ​ກະຊວງຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ທອງ​ພັດ ວົງ​ມະນີ ຮອງ​ລັດຖະ​ມົນຕີ​ກະຊວງ​ກະສິກຳ ແລະ ປ່າໄມ້, ທ່ານ ຄຳ​ສີ ອຸ​ທິ​ວົງ ຮອງເຈົ້າແຂວງ​ຄຳ​ມ່ວນ ຜູ້ຕາງໜ້າຈາກ​ອົງການ GIZ ອົງການ UNESCO ແລະ ພາກສ່ວນກ່ຽວຂ້ອງ.

ກອງ​ປະຊຸມ​ດັ່ງກ່າວ​ ໄດ້​ຮັບ​ຟັງການ​ລາຍ​ງານ​ຈາກ​ຊ່ຽວຊານ​ອາວຸ​ໂສ​ຂອງ​ອົງການສາກົນ ​ເພື່ອ​ອະນຸ​ຮັກ​ທຳ​ມະ​ຊາດ (IUCN) ກ່ຽວກັບ​ຜົນ​ການ​ສຶກ​ສາ​ຂັ້ນ​ເບື້ອງ​ຕົ້ນ ກ່ຽວ​ກັບ​ຂະ​ບວນ​ການຈັດຕັ້ງ​ປະຕິບັດ​ທີ່​ກ່ຽວຂ້ອງ ​ໃນ​ການ​ສະເໜີເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ຫີນໜາມ​ໜໍ່ ເຂົ້າ​ເປັນ​ມໍລະດົກ​ຂອງອົງການ UNESCO ເຊິ່ງ​ຊ່ຽວຊານ​ດັ່ງກ່າວ ​ໄດ້​ແນະນຳ​ເຖິງ​ຂະບວນ​ການ​ທີ່​ກ່ຽວຂ້ອງ ​ໃນ​ການ​ສະເໜີ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ຫີນ​ໜາມ​ໜໍ່ ເຂົ້າ​ເປັນ​ມໍລະດົກໂລກ ລວມ​ທັງ​ຂອບ​ເຂດ​ໄລຍະການ​ດຳເນີນ​ງານ ແລະ ມາດ​ຕະຖານ​ເພື່ອ​ພິຈາລະນາ​ຄຸນຄ່າ​ອັນໂດດ​ເດັ່ນ​ທີ່​ເປັນ​ສາກົນ (OUV) ພ້ອມ​ທັງ​ອະທິບາຍ​ເຖິງ​ຄວາມ​ກະຈ່າງ​ແຈ້ງ​ເຖິງ​ອົງ​ປະກອບ ຫຼື ທາງ​ເລືອກ​ຕ່າງໆ​ທີ່​ເໝາະ​ສຳລັບການ​ສະເໜີ​ເຂດ​ປ່າ​ສະຫງວນ​ດັ່ງກ່າວ ເຂົ້າ​ເປັນ​ມໍລະດົກ​ໂລກ ເພື່ອໃຫ້​ຜູ້​ເຂົ້າ​ຮ່ວມ​ໄດ້​ປຶກສາ​ຫາລືແລກປ່ຽນ​ບັນດາ​ຄຳ​ຄິດ​ຄຳ​ເຫັນ ດ້ານ​ຈຸດ​ດີ ແລະ ຂໍ້ຄົງຄ້າງ ເພື່ອພ້ອມ​ກັນ​ແກ້​ໄຂ​ໃນ​ການຈັດຕັ້ງປະຕິບັດ​ວຽກ​ງານ ​ໃນ​ການ​ເອົາ​ປ່າສະຫງວນ​ຫີນ​ໜາມ​ໜໍ່ ​ເຂົ້າ​ເປັນ​ມໍລະ​ດົກ​ໂລກ​ທາງ​ຊັບພະຍາກອນທຳ​ມະ​ຊາດ​ແຫ່ງ​ທຳ​ອິດ​ຂອງ ​ສປປ ລາວ ໃນ​ມໍ່ໆ​ນີ້ ນອກ​ນັ້ນຍັງ​ໄດ້​ປຶກສາ​ວຽກ​ງານ​ບຸລິມະສິດ ທີ່​ຈະ​ຕ້ອງ​ສຳເລັດ​ໃນ​ການຈັດຕັ້ງປະຕິບັດ ແລະ ຊ່ອງ​ຫວ່າງ​ຂອງການ​ສະເໜີ​ເຂດ​ປ່າ​ສະຫງວນແຫ່ງ​ຊາດ ຫີນ​ໜາມ​ໜໍ່ ເຂົ້າ​ເປັນມໍລະດົກ​ຂອງ​ອົງການ UNESCO ຕື່ມ​ອີກ.

ຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...