Homeຂ່າວການພັດທະນາລາວ-ກຳປູເຈຍ ກຽມຈະກໍ່ສ້າງ ຂົວຂ້າມເຊລໍາເພົາ

ລາວ-ກຳປູເຈຍ ກຽມຈະກໍ່ສ້າງ ຂົວຂ້າມເຊລໍາເພົາ

Published on

ສປປ ລາວ ​ແລະ ຣາຊະ​ອານາຈັກ​ກໍາປູ​ເຈຍ ​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​​ເບື້ອງ​ຕົ້ນ​​ ເພື່ອ​ກໍານົດ​ຈຸດ​ກໍ່ສ້າງ​ຂົວ​ເຊື່ອມ​ຕໍ່ ລະຫວ່າ​ງສອງ​ປະ​ເທດ, ຂົງ​ເຂດ ​ແລະພາກ​ພື້ນ​ ​ຂະນະ​ທີ່ ​ແຜນ​ກໍ່ສ້າງ​ ຂົວ​ຂ້າມ​ເຊ​ລໍາ​ເພົາ​ແຫ່ງ​ນີ້​ ໂດຍປະຕິບັດ​ຕາມການ​ຕົກ​ລົງ ເຫັນດີ​ຂອງ​ສອງ ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ແລະ ກຳ​ປູ​ເຈຍ ຄັ້ງ​ວັນ​ທີ 23 ພະຈິກ 2016 ທີ່ ຊຽມຣຽບ, ຣາຊະອານາຈັກ ກໍາປູເຈຍ, ຕໍ່​ມາໃນວັນທີ 27 ມັງກອນ 2017, ຄະ​ນະ​ປະຕິບັດງານຮ່ວມ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ​ເຊິ່ງຝ່າຍ​ລາວນຳໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ພອ້ມຄະ​ນະ ປະຕິບັດງານຮ່ວມ, ຝ່າຍກຳ​ປູ​ເຈຍນໍາ​ໂດຍ ທ່ານ ລອງວິຊະໂລ, ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ, ໂດຍມີທ່ານຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາການນໍາ​ຂອງແຂວງ, ຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະ​ແໜງ​ການ​ ທີ່ກ່ຽວຂ້ອງຂອງລາວ ແລະ ກຳ​ປູ​ເຈຍ ໄດ້ຮ່ວມ​ກັນ ສຳ​ຫລວດ​​ພູມີ​ປະ​ເທດ​ຕົວ​ຈິງ ແລະ ປຶກ​ສາ​ຫາ​ລືກັນກ່ຽວກັບ ຈຸດ​ທີ່ຈະກໍ່​ສ້າງ​ຂົວ​ ຂ້າມ​ເຊ​ລຳ​ເພົາ ແລະ ໄດ້ເຫັນດີເປັນເອກະພາບກັນ ກໍານົດຈຸດທີ່ຈະສ້າງຂົວດັ່ງກ່າວ ຢູ່ລະຫວ່າງ ບໍລິເວນບ້ານເວີນຍາງ, ເມືອງມຸນລະປະໂມກ, ແຂວງຈໍາປາສັກ (ລາວ) ແລະ ຕາແສງທ່າເປືອຍ, ແຂວງເພຣຍວິເຮຍ (ກໍາປູເຈຍ) ມີໄລຍະຫ່າງຈາກປາກເຊລໍາເພົາ ປະມານ 1.500 ແມັດ.

ການ​ລົງ​ສຳຫລວດຢູ່​ພື້ນ​ທີ່ຕົວ​ຈິງ ໃນ​ຄັ້ງ​ນີ້​ເປັນ​ການ​ປະ​ຕິ​ບັດ​ ຕາມ​ເຈດ​ຕະ​ນາ​ລົມ ແລະຄວາມ​ມຸ້ງ​ມາດ​ປ​າດ​ຖະໜາ​ ຂອງລັດ​ຖະ​ບານ​ສອງ​ປະ​ເທດລາວ ແລະກຳ​ປູ​ເຈຍ ທີ່​ຢາກຈະຂະຫຍາຍຕາໜ່າງ ການເຊື່ອມໂຍງ ເພື່ອເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ ໃຫ້​ແກ່ການໄປ​ມາ​ຫາ​ສູ່​ກັນ, ສົ່ງເສີມການແລກປ່ຽນ​ການຄ້າ, ການທ່ອງທ່ຽວ ລະ​ຫວ່າງ​ ສອງ​ປະເທດ.

ອີງ​ໃສ່​ຜົນ​ການ​ ສຳ​ຫລວດພື້ນທີ່​ຕົວ​ຈິງ, ສອງຝ່າຍໄດ້ປຶກສາ​ຫາ​ລື ແລະ ​ແລກ​ປ່ຽນ​ຄວາມ​ເຫັນ ນໍາກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຂົວດັ່ງກ່າວ ໄດ້ຮັບການກໍ່ສ້າງໂດຍໄວ ແລະ ຮັບປະກັນ ທາງດ້ານສິດຜົນປະໂຫຍດ ຂອງທັງສອງຝ່າຍ, ພ້ອມທັງຈະນໍາເອົາຜົນ ຂອງການສໍາຫລວດ ພື້ນທີ່ຕົວຈິງຄັ້ງນີ້ ລາຍງານຂັ້ນເທິງຂອງຕົນ ໃຫ້ການຊີ້ນໍາ ​ແລະ ສືບ​ຕໍ່ດຳເນີນໄປ ດ້ວຍບັນຍາກາດ ແຫ່ງໄມ​ຕີ​ຈິດ, ມິດ​ຕະ​ພາບທີ່​ດີ​ນຳ​ກັນ ແລະ ໄດ້​ລົງ​ນາມ​​ບົດ​ບັນ​ທຶກ​ຮ່ວມ​ກັນ ເພື່ອ​ເປັນ​ບ່ອນ​ອີງ ​ໃນ​ການ​ຈັດຕັ້ງປະຕິບັດ ໃນ​ຕໍ່​ໜ້າ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...