Homeນານາສາລະເຄື່ອງດື່ມ 5 ຊະນິດ ຊ່ວຍຫຼຸດນໍ້າໜັກ, ຫຼຸດໜ້າທ້ອງໄດ້ດີ

ເຄື່ອງດື່ມ 5 ຊະນິດ ຊ່ວຍຫຼຸດນໍ້າໜັກ, ຫຼຸດໜ້າທ້ອງໄດ້ດີ

Published on

ເຄື່ອງດື່ມຫຼຸດນໍ້າໜັກ ເປັນອີກທາງເລືອກໜຶ່ງສຳລັບຄົນຮັກສຸຂະພາບ ທີ່ນອກຈາກອອກກຳລັງກາຍ ເຊິ່ງເປັນສ່ວນສຳຄັນໃນການເຜົາຜານໄຂມັນສ່ວນເກີນ ແລະຫຼຸດໜ້າທ້ອງແລ້ວ, ເຄື່ອງດື່ມ ເພື່ອສຸຂະພາບກໍເປັນອີກທາງເລືອກໜຶ່ງ ທີ່ຊ່ວຍໃຫ້ເຈົ້າມີໜ້າທ້ອງບາງ, ຫຼຸດຄວາມຕຸ້ຍໄດ້ຢ່າງປອດໄພ ເຊິ່ງມື້ນີ້ລາວໂພສຕ໌ ມີເຄື່ອງດື່ມ 5 ຊະນິດທີ່ຊ່ວຍໃຫ້ເຈົ້າມີສຸຂະພາບດີມາຝາກກັນ

  1. ນໍ້າຊາຂຽວ: ຊາຂຽວສາມາດຊ່ວຍຫຼຸດຄວາມຕຸ້ຍ ແລະຄວບຄຸມໄຂມັນ, ນອກນັ້ນ ຍັງມີສານຕ້ານອະນຸມູນອິດສະລະ ຊ່ວຍຫຼຸດໄຂມັນບໍລິເວນໜ້າທ້ອງໄດ້ ພຽງແຕ່ຈິບຊາຂຽວກ່ອນອອກກຳລັງກາຍ ກໍຈະຊ່ວຍເພີ່ມອັດຕາການເຜົາຜານໄຂມັນໄດ້japanese-green-tea
  2. ນໍ້າເຕົາຫູ້: ມີສານແລັກຕິນ ຊ່ວຍປ້ອງກັນການສະສົມຂອງເຊວໃນຮ່າງກາຍ ພ້ອມຊ່ວຍລະລາຍໄຂມັນສ່ວນເກີນ ພຽງແຕ່ດື່ມນໍ້າເຕົາຫູ້ 3 ເທື່ອຕໍ່ອາທິດ ກໍຊ່ວຍເພີ່ມອັດຕາການເຜົາຜານໄຂມັນສ່ວນເກີນໄດ້soy-milk
  3. ກາເຟດຳ: ກາເຟດຳມີສ່ວນປະສົມຂອງຄາເຟອິນ ມີປະໂຫຍດຊ່ວຍໃຫ້ຫົວໃຈສູບເລືອດໄດ້ດີ, ມີການວິໄຈພົບວ່າຄາເຟອິນ ສາມາດຊ່ວຍເຜົາຜານແຄລໍລີ່ໄດ້, ດັ່ງນັ້ນ ຫາກດື່ມກາເຟດຳ 1 ຈອກກ່ອນອອກກຳລັງກາຍ ຈະມີສ່ວນຊ່ວຍຫຼຸດໄຂມັນໃນຮ່າງກາຍ ແລະອາດຊ່ວຍຫຼຸດອາການເຈັບປວດຈາກການອອກກຳລັງກາຍໄດ້ອີກດ້ວຍblack-coffee
  4. ນໍ້າໝາກແຕງໂມ: ມີສານອາຫານຫຼາຍຊະນິດ ລວມເຖິງໄລໂຄປີນ ທີ່ຊ່ວຍຕ້ານມະເຮັງ ແລະມີກົດອະມິໂນທີ່ມີຊື່ວ່າອາຈິນີນ ເຊິ່ງມີການສຶກສາພິມອອກວາລະສານ Nutritionບອກວ່າ ນໍ້າໝາກແຕງໂມ ຊ່ວຍສ້າງກ້າມເນື້ອໄດ້ ແຕ່ຕ້ອງອອກກຳລັງກາຍຄູ່ກັນໄປwatermelon-juice
  5. ນໍ້າໝາກນັດ: ໝາກນັດມີສານ “ໂບຣມີເລນ” ທີ່ຊ່ວຍຍ່ອຍໂປຣຕີນ ເຮັດໃຫ້ຍ່ອຍອາຫານງ່າຍຂຶ້ນ, ລວມທັງຊ່ວຍຫຼຸດອາການທ້ອງອືດ, ມີການວິໄຈພົບວ່າ ການກິນນໍ້າໝາກນັດ ໃນປະລິມານທີ່ເໝາະສົມ ຈະຊ່ວຍຫຼຸດລະດັບຄໍເລດເຕີຣໍ ໃນເລືອດໄດ້, ນອກນັ້ນ ໄຂມັນໂມເລກຸນດ່ຽວ ທີ່ບໍ່ອິ່ມຕົວ ຍັງມີສ່ວນປ້ອງກັນການເກີດພະຍາດຫົວໃຈໄດ້pineapple-juice

ການດື່ມເຄື່ອງດື່ມຫຼຸດນໍ້າໜັກ ເພື່ອສຸຂະພາບຊະນິດໃດກໍຕາມ ຄວນດື່ມໃຫ້ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ເພາະຫາກດື່ມຫຼາຍເກີນໄປ ອາດເກີດການສະສົມໃນຮ່າງກາຍ ຫຼືໜ້້ອຍເກີນໄປກໍເຮັດໃຫ້ຂາດສານອາຫານ ແລະຄວນຫາເວລາຫວ່າງອອກກຳລັງກາຍຄູ່ກັນໄປ ພ້ອມກັບການກິນວິຕາມິນ ແລະສານອາຫານຕ່າງໆ ໃນປະລິມານທີ່ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ເພື່ອສຸຂະພາບທີ່ດີທັງພາຍໃນ ແລະພາຍນອກຂອງຕົວເຈົ້າເອງ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...