spot_img
Homeຂ່າວຕ່າງປະເທດຍີ່ປຸ່ນ ຮັບແຮງງານຕ່າງປະເທດເຂົ້າເຮັດວຽກ ທະລຸ 1 ລ້ານຄົນ ຄັ້ງທຳອິດ

ຍີ່ປຸ່ນ ຮັບແຮງງານຕ່າງປະເທດເຂົ້າເຮັດວຽກ ທະລຸ 1 ລ້ານຄົນ ຄັ້ງທຳອິດ

Published on

ອີງຕາມການລາຍງານຂອງກະຊວງແຮງງານຂອງຍີ່ປຸ່ນ ເມື່ອວັນທີ 28 ມັງກອນ 2017 ຜ່ານມາ ເຜີຍວ່າ ຈຳນວນແຮງງານຕ່າງປະເທດໃນຍີ່ປຸ່ນໃນຮອບ 1 ປີຜ່ານມາ ນັບແຕ່ເດືອນ ຕຸລາ 2016 ເພີ່ມຂຶ້ນ 1 ລ້ານກວ່າຄົນເປັນຄັ້ງທຳອິດ ເພີ່ມຂຶ້ນເກືອບ 20% ເມື່ອທຽບຊ່ວງດຽວກັນໃນປີຜ່ານມາ, ເຊິ່ງສ່ວນຫຼາຍເປັນຄົນຈີນ ແລະຫວຽດນາມ ໂດຍສະເພາະໃນສ່ວນການກໍ່ສ້າງທີ່ຂາດແຮງງານຢ່າງແຮງ ທ່າມກາງຕະຫຼາດແຮງງານຢູ່ໃນຊ່ວງສັງຄົມຜູ້ອາຍຸສູງຫຼາຍ

ສຳລັບແຮງງານໃນພາກສ່ວນການກໍ່ສ້າງ ປັບຕົວຂຶ້ນຈາກ 2.9 ໝື່ນຄົນ ໃນປີ 2015, ເປັນ 4.1 ໝື່ນຄົນໃນປີ 2016 ເຊິ່ງຄວາມຕ້ອງການແຮງງານເພີ່ມຂຶ້ນມາຈາກການສ້າງສິ່ງປຸກສ້າງ ເພື່ອການແຂ່ງຂັນກິລາໂອລິມປິກລະດູຮ້ອນປີ 2020 ແລະຟື້ນຟູສິ່ງປຸກສ້າງທີ່ເປ່ເພຈາກແຜ່ນດິນໄຫວ ແລະສຶນາມິປີ 2011

ສຳລັບຄົນຕ່າງປະເທດສ່ວນຫຼາຍທີ່ເຂົ້າໄປເຮັດວຽກຢູ່ຍີ່ປຸ່ນແມ່ນ ຄົນຈີນ 30% ຂອງຈຳນວນແຮງງານຕ່າງປະເທດທັງໝົດ ແລະຄົນຈີນ ຍັງເຂົ້າມາເຮັດວຽກໃນຍີ່ປຸ່ນເພີ່ມຂຶ້ນ 6.9% ເມື່ອທຽບກັບຊ່ວງດຽວກັນໃນປີຜ່ານມາ, ຫວຽດນາມມີ 16% ແຕ່ຈຳນວນແຮງງານຄົນຫວຽດນາມເພີ່ມຂຶ້ນຮອດ 50% ເມື່ອທຽບກັບປີກ່ອນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...