spot_img
Home​ຂ່າວທ່ອງທ່ຽວລາວຂຸ້ນຂ້ຽວກຽມສະເໜີເຂດປ່າສະຫງວນແຫ່ງຊາດຫີນໜາມໜໍເຂົ້າເປັນມໍລະດົກໂລກ

ລາວຂຸ້ນຂ້ຽວກຽມສະເໜີເຂດປ່າສະຫງວນແຫ່ງຊາດຫີນໜາມໜໍເຂົ້າເປັນມໍລະດົກໂລກ

Published on

ວັນທີ 26 ມັງກອນນີ້ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງກະສິກຳ ແລະ ປ່າໄມ້,ອຳນາດການປົກ ຄອງແຂວງຄຳມ່ວນ ແລະ ອົງການຈັດຕັ້ງສາກົນຕ່າງໆ, ໄດ້ພ້ອມກັນຈັດກອງປະຊຸມດ້ານຂໍ້ມູນຂ່າວສານ,  ໃນການແນະນຳກ່ຽວກັບຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງໃນການສະເໜີເຂດປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກຂອງອົງການຢູເນັສໂກ, ຊຶ່ງກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານຈາກຊ່ຽວຊານອາວຸໂສຂອງອົງການສາກົນ

ເພື່ອການອະນຸລັກທຳມະຊາດ (IUCN), ກ່ຽວກັບຜົນການສຶກສາເບື້ອງຕົ້ນ ກ່ຽວກັບຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງໃນການສະເໜີເຂດປ່າສະຫງວນດັ່ງກ່າວເຂົ້າເປັນມໍລະດົກໂລກ, ຊຶ່ງໃນນັ້ນ ຊ່ຽວຊານໄດ້ແນະນຳເຖິງຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງລວມທັງຂອບເຂດ ແລະ ໄລຍະການດຳເນີນງານ, ມາດຕະຖານເພື່ອພິຈາລະນາຄຸນຄ່າອັນໂດດເດັ່ນທີ່ເປັນສາກົນ ແລະ ຍັງໄດ້ອະທິບາຍຄວາມກະຈ່າງແຈ້ງເຖິງອົງປະກອບ ຫລື ທາງເລືອກຕ່າງໆ ທີ່ເໝາະສົມສຳລັບການສະເໜີ ແລະ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນບັນດາຄຳຄິດຄຳເຫັນທີ່ກ່ຽວຂ້ອງເປັນຕົ້ນ ຈຸດດີ ແລະ ຂໍ້ຄົງຄ້າງ, ວຽກງານບູລິມະສິດທີ່ຈະຕ້ອງສຳເລັດໃນການຈັດຕັ້ງປະຕິບັດ ແລະ ຊ່ອງຫວ່າງສຳລັບການສະເໜີເຂດປ່າສະຫງວນແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກຂອງອົງການຢູເນັສໂກ. ນອກນີ້ ກອງປະຊຸມຍັງໄດ້ມີການສົນທະນາບັນຫາຕ່າງໆເພື່ອຈະໄດ້ມີການປຶກສາຫາລື ແລະ ພ້ອມກັນແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໃນການເອົາປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງດ້ານຊັບພະຍາກອນທຳມະຊາດເປັນແຫ່ງທຳອິດຂອງລາວໃນໄວໆນີ້.

ທີ່ມາຈາກ: ຫນັງສືພິມ ລາວພັດທະນາ
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...