Homeຂ່າວທ້ອງຖິ່ນນາຍົກລັດຖະມົນຕີ ເນັ້ນໃຫ້ກໍາລັງ ປກສ ເພີ່ມທະວີ ຄວາມໂປ່ງໃສ ແກ້ໄຂຄະດີດ້ວຍຄວາມເປັນທໍາ

ນາຍົກລັດຖະມົນຕີ ເນັ້ນໃຫ້ກໍາລັງ ປກສ ເພີ່ມທະວີ ຄວາມໂປ່ງໃສ ແກ້ໄຂຄະດີດ້ວຍຄວາມເປັນທໍາ

Published on

ສຳນັກຂ່າວສານປະເທດລາວ (ຂປລ) ລາຍງານວ່່: ໃນໂອກາດທີ່ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ​ໄດ້​​ພົບ​ປະ ​ແລະ ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ​ຈໍາປີ 2016 ​ແລະ ວາງທິດ​ທາງ​ແຜນການ​ປີ 2017 ​​​ໃນ​ວັນ​ທີ 27 ມັງກອນ 2017 ນີ້ ຢູ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ທ່ານ ​ໄດ້​ເນັ້ນ​ໃຫ້ ຄະນະ​ພັກ, ຄະນະ​ນໍາ​ ​ແລະ ພະນັກງານ​ຫລັກ​ແຫ​ລ່ງ ຂອງກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ຄວາມ​ໂປ່ງໃສ ​ແລະ ​ແກ້ໄຂ​ຄະດີ​ຕ່າງໆ​ ດ້ວຍ​ຄວາມ​ເປັນ​ທໍາ​ພ້ອມ​ທັງ​ສຶກສາ​ຄົ້ນ​ຄ້ວາ​ບັນດາ​ສະພາບ​ການ​ທີ່​ຜັນ​ແປ​ຂອງ​ພາກ​ພື້ນ ​ແລະ ໂລກ​ຢ່າງ​ທ່ວງທັນ, ຊັດ​ເຈນ ​ແລະ ​ເລິກ​ເຊິ​່ງ ​ເພື່ອ​ແກ້​ໄຂ​ໃຫ້​ທັນ​ເຫດການ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ຍັງ​ເນັ້ນໃຫ້ກໍາລັງ ປກສ ຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂຄວາມ​ບໍ່​ສະຫງົບ ​ທີ່​​ເກີດ​ຂຶ້ນ​ຢູ່​ບາງ​ແຂວງ​ໃຫ້​ໝົດ​ໄປ ​ແລະ ​ເປັນ​ລະບຽບ​ຮຽບຮ້ອຍ, ມີ​ຂໍ້​ມູນ​ໃຫ້ການ​ນໍາ​ເປັນ​ປົກກະຕິ ​ລວມທັງຕິດຕາມ​ການ​ເຄື່ອນ​ໄຫວ​ ຂອງ​ພວກ​ກຸ່ມ​ຄົນ​ບໍ່​ຫວັງ​ດີ ​ຢູ່​ພາຍ​ໃນ​ຢ່າງ​ທັນ​ການ, ຕ້ອງ​ຮູ້​ຂົນ​ຂວາຍ​ປະຊາຊົນ​ ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​​ແນວທາງ​ນະ​ໂຍບາຍ​, ລະບຽບ​ກົດໝາຍ​ຂອງ​ພັກ-ລັດ​ໃຫ້​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ​ ​ເພື່ອໃຫ້​ເຂົາ​ເຈົ້າ​ເປັນ​ຫູ​ເປັນຕາ​​ ໃຫ້​ເຈົ້າ​ໜ້າ​ທີ່, ຕ້ອງຕິດຕາມ ​ແລະ ກວດກາ​ບັນດາ​ລົດ​ທີ່​ນໍາ​ເຂົ້າ ​ແບບ​ບໍ່​ຖືກ​ກົດໝາຍ​ຢ່າງ​ເຂັ້ມ​ງວດ, ກໍາລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ຕ້ອງ​ສືບ​ຕໍ່​ເຂັ້ມ​ແຂງ, ມີ​ວິ​ໄນ, ​ເປັນ​ກໍາລັງ​ທີ່​ມີ​ໄຫວ​ພິບ ​ທີ່ຫລັກ​ແຫລມ, ຮູ້ທັນ​ເຫດການ ​ແລະ ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃຫ້​ທັນ​ເວລາ ພ້ອມ​ນີ້ ກໍາລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຕ້ອງ​ເ​ປັນ​ທີ່​ເພີ່ງ​ຂອງ​ປະຊາຊົນ​ໃຫ້​ສົມ​ກັບ​ປະຊາຊົນ ​ໄວ້​ເນື້ອ​ເຊື່ອ​ໃຈ​ເໝືອນ​ປາ​ກັບ​ນ້ຳ, ຕ້ອງ​ຕິດຕາມ, ກວດກາ​ການ​ລັກ​ລອບຄ້າຂາຍ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກໍາ​ຂ້າມ​ຊາດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດຢ່າງ​ເຂັ້ມ​ງວດ ບັນດາ​ກົມ​ກອງ​ຕ້ອງ​ເອົາ​ໃຈ​ໃສ່ ​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ປະ​ຢັດ ​ແລະ ຕ້ານ​ການ​ຟຸມ​ເຟືອຍ​ຢ່າງ​ເຄັ່ງ​ຄັດ ​ແລະ ​ເຂັ້ມ​ງວດ​ຕາມ​ນະ​ໂຍບາຍ​ລັດຖະບານ​ວາງ​ອອກ, ​ເອົາ​ໃຈ​ໃສ່​ຄົ້ນ​ຄົ້ວ, ວິ​ເຄາະ​ຂໍ້​ມູນ​ຂ່າວສານ ​ຢ່າງ​ລວມສູນ​ສາມາດ​ຊ່ວຍ​ໃຫ້​ຄະນະ​ພັກ, ຄະນະ​ບັນຊາ​ແຕ່ລະ​ຂັ້ນ ​ຕົກລົງ​ບັນຫາ​ໄດ້​ຢ່າງ​ຊັດ​ເຈນ, ວ່ອງ​ໄວ ​ແລະ ທັນ​ເວລາ, ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ພົນລະ​ເມືອງ​ໃຫ້​ເຄື່ອນ​ໄຫວ​ ຖືກ​ຕາມ​ກົດ​ລະບຽບ ​ແລະ ກົດໝາຍ, ສືບ​ຕໍ່​ເອົາ​ໃຈ​ໃສ່​ປ້ອງ​ກັນ​ຄວາມ​ສະຫງົບ ​ໃນ​ທົ່ວ​ສັງຄົມ.

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...