Homeຂ່າວເຫດການກອງປະຊຸມສະຖິຕິທົ່ວປະເທດ ປະຈຳປີ 2016

ກອງປະຊຸມສະຖິຕິທົ່ວປະເທດ ປະຈຳປີ 2016

Published on

ໃນຕອນເຊົ້າຂອງວັນທີ 26 – 27 ມັງກອນ 2017ນີ້ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສະຖິຕິປະຈຳປີ ທົ່ວປະເທດ ປີ 2016 ຢ່າງເປັນທາງການ , ທີ່ໂຮງແຮມ ເມືອງແທັງ ລັກເຊີຣີ ນະຄອນຫຼວງວຽງຈັນ ໂດຍເປັນປະທານ ຂອງທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ (ກະຊວງແຜນການ ແລະການລົງທຶນ) ຊຶ່ງມີຜູ້ເຂົ້າຮ່ວມຈາກ ສູນສະຖິຕິປະຈຳແຂວງ ແລະບັນດາຂະແໜງການອ້ອມຂ້າງ ເຂົ້າຮ່ວມ.

ກອງປະຊຸມສະຖິຕິປະຈຳປີ ໃນຄັ້ງນີ້ໄດ້ສະຫຼຸຸບຕີລາຄາ ຄືນການຈັດຕັ້ງປະຕິບັດວຽກ ງານຂອງລະບົບສະຖິຕິແຫ່ງ ຊາດໃນໄລຍະ 1 ປີຜ່ານມາ ໄດ້ມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນດ້ານການປັບປຸງການ ຈັດຕັ້ງຂອງລະບົບສະຖິຕິແຫ່ງຊາດ ທັງສອງສາຍຕັ້ງ ແລະ ສາຍຂວາງ, ດ້ານນິຕິກຳສະຖິຕິ, ການຮ່ວມມືກັບຕ່າງປະເທດກໍຄືການລະດົມການຊ່ວຍເຫຼືອ ແລະ ສິ່ງສຳຄັນແມ່ນການຜະລິດ ແລະ ສະໜອງຂໍ້ມູນ ສະຖິຕິທາງການໃຫ້ແກ່ການສ້າງ ແລະ ຕີລາຄາໝາກຜົນ ຂອງການພັດທະນາເສດຖະກິດ – ສັງຄົມ ຂອງປະເທດໃນໄລຍະຜ່ານມາ ຊຶ່ງກອງປະຊຸມ ໃນຄັ້ງນີ້ ຈະໄດ້ມີການປຶກສາຫາລື ແລະ ແລກປ່ຽນປະສົບການນຳກັນ.

ກ່ຽວກັບແຜນວຽກຈຸດສຸມຂອງວຽກງານສະຖິຕິ ໃນຊຸມປີຕໍ່ໜ້າ ເພື່ອໃຫ້ມີການປັບປຸງລະບົບສະຖິຕິແຫ່ງຊາດ ມີປະສິດທິພາບ ແລະ ມີປະສິດທິຜົນ, ຮັບປະກັນໃຫ້ສາມາດຜະລິດ ແລະ ສະໜອງຂໍ້ມູນ ສະຖິຕິທາງການໃຫ້ຄົບຖ້ວນ ແລະ ມີຄຸນນະພາບ ເພື່ອຮັບ ໃຊ້ໃຫ້ແກ່ການຕິດຕາມຄວາມ ຄືບໜ້າໃນການຈັດຕັ້ງແຜນ ພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VIII (ປີ 2016-2020) ແລະ ອື່ນໆ

ຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...