Homeຂ່າວຕ່າງປະເທດລັດຖະບານຈີນຄາດ ປີ 2030  ປະຊາກອນເພີ່ມເປັນ 1,450 ລ້ານຄົນ

ລັດຖະບານຈີນຄາດ ປີ 2030  ປະຊາກອນເພີ່ມເປັນ 1,450 ລ້ານຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ມັງກອນ 2017 ນີ້ວ່າ ປະຊາກອນຈີນຖືກຄາດການວ່າຈະເພີ່ມຈຳນວນສູງຂຶ້ນເຖິງ 1,450 ລ້ານຄົນ ພາຍໃນປີ 2030 ຫຼືອີກ 13 ປີຂ້າງໜ້າ, ເຊິ່ງປັດຈຸບັນປະຊາກອນຈີນຢູ່ທີ່ 1,375 ລ້ານຄົນ ເຊິ່ງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ  ແລະກໍາລັງປະເຊີນກັບຈໍານວນຜູ້ອາຍຸສູງເພີ່ມຂຶ້ນເລື້ອຍໆ

ຊ່ວງເວລາສຳຄັນຈະຢູ່ລະຫວ່າງປີ 2021-2030 ໃນອະນາຄົດຈໍານວນປະຊາຊົນອາຍຸເຮັດວຽກຈະຫຼຸດລົງ ແລະມີຜູ້ອາຍຸສູງເພີ່ມຈຳນວນຂຶ້ນ, ບັນດາແຮງງານຂ້າມຊາດຍັງຄົງຫຼັ່ງກັນເຂົ້າມາເຮັດວຽກຢູ່ຈີນ ແລະໃນຊ່ວງຫຼັງປີ 2030 ອັດຕາການເຕີບໂຕຂອງປະຊາກອນຈີນຈະຄ່ອຍໆຫຼຸດລົງ ເຊິ່ງການຄາດການນີ້ ຈາກອົງກອນແຜນພັດທະນາປະຊາກອນແຫ່ງຊາດ

ທັງນີ້ ລັດຖະສະພາຈີນລາຍງານວ່າ ຈາກຜົນການຄາດການດັ່ງກ່າວ ນະໂຍບາຍ ແລະແຜນການຈັດການກັບປະຊາກອນ ໄປຈົນເຖິງການບໍລິຫານຊັບພະຍາກອນ ແລະສິ່ງແວດລ້ອມຂອງຈີນ ຍັງຄົງບໍ່ປ່ຽນແປງ, ເຊິ່ງຈີນຫາກໍມີນະໂຍບາຍໃຫ້ຄູ່ແຕ່ງງານສາມາດມີລູກສອງຄົນໄດ້ ເພື່ອສົ່ງເສີມການສ້າງປະກອນຈີນຢ່າງສົມດູນ ແລະໃນແຜນການພັດທະນາ ຍັງລວມໄປເຖິງການໃຫ້ຄວາມຮູ້ ກ່ຽວກັບການວາງແຜນຄອບຄົວອີກດ້ວຍ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...