spot_img
Homeຂ່າວພາຍ​ໃນປະທານປະເທດ ຢ້ຽມຢາມນາຍ ແລະພົນທະຫານກອງ ກ 4

ປະທານປະເທດ ຢ້ຽມຢາມນາຍ ແລະພົນທະຫານກອງ ກ 4

Published on

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ​ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານຢູ່ກອງ ກ 4 ​ໃນວັນທີ 26 ມັງກອນ 2017 ນີ້ ​ໂດຍ​ມີບັນດາ​ລັດຖະມົນຕີ, ​ຄະນະ​ພັກ, ຄະນະ​ບັນຊາ, ນາຍ ​ແລະ ພົນທະຫານ​ ໃຫ້ການຕ້ອນຮັບ.

ສະຫາຍ ພັນເອກ ຄໍາຍໍ ລິນສົມພູ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງ ກ 4 ໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານ ໃນໄລຍະທີ່ຜ່ານມາ ເປັນຕົ້ນ​ ​ໄດ້ເອົາ​ໃຈ​ໃສ່ສຶກສາອົບຮົມການ ເມືອງແນວ ຄິດໃຫ້ນາຍ ແລະ ພົນທະຫານ​ໃຫ້​ມີ​ຄວາມເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ ​ໃຫ້​ມີແນວຄິດຫລັກໝັ້ນຊົນຊັ້ນ, ມີຄວາມບໍລິສຸດສັດຊື່ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ​ແລະ ຕໍ່ປະຊາຊົນ ບັນດາເຜົ່າ, ມີສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນຂອງສັດຕູ, ມີຄວາມເສຍສະຫລະອັນສູງສົ່ງເພື່ອຊາດ ເພື່ອປະຊາຊົນໂດຍຕິດພັນກັບການ ສ້າງຂະບວນການຕ່າງໆເຊັ່ນ: ຂະບວນການສ້າງກອງແຂງ ຮູ້ນຳພາຮອບດ້ານ, ຂະບວນການເຄື່ອນໄຫວ ຮັກສາຄວາມສະຫງົບປອດໄພ, ຂະບວນການກໍ່ສ້າງຮາກຖານການເມືອງ, ຂະບວນການປະຕິບັດ 7 ລະບອບ 18 ວຽກ.

ໃນໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງການຊີ້ນຳໆພາຂອງກອງ ກ 4  ​ເຊິ່ງເຫັນວ່າ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ​ ໄດ້​ຮັບການປະຕິບັດ ໄດ້ດີ ສະແດງອອກເຖິງສະເຖຍລະພາບ ທາງດ້ານການເມືອງ ມີຄວາມສະຫງົບ, ສັງຄົມມີຄວາມສີວິໄລ ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ, ຍ້ອນຄວາມບຸກບືນ ຂອງບັນດາສະຫາຍ ໃນການແກ້ໄຂບັນຫາຢາເສບຕິດ, ກຸ່ມແກ້ງ, ປະກົດການຫຍໍ້ທໍ້ຕ່າງ ໆ ແມ່ນເຮັດໄດ້ດີ ໂດຍຕິດພັນກັບວຽກງານເພີ່ມພູນຜະລິດຜົນ ບັນດາກົມກອງສາມາດກຸ້ມຕົນເອງ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງ ດ້ວຍຕົນເອງຕິດພັນປະຊາຊົນ ຕິດພັນກັບການລົງກໍ່ສ້າງ ຮາກຖານ ການເມືອງ ສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈໃຫ້ກັບປະຊາຊົນ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...