Homeສຸຂະພາບ ແລະ ສີ່ງແວດລ້ອມອາການ ແລະ ແນວທາງປ້ອງກັນການເກີດພາວະປະສາດຫູເສື່ອມ

ອາການ ແລະ ແນວທາງປ້ອງກັນການເກີດພາວະປະສາດຫູເສື່ອມ

Published on

ພາວະຫູເສືອມ ຄື ພາວະທີ່ເກີດການໄດ້ຍິນຫຼຸດລົງ ຫຼື ບໍ່ໄດ້ຍິນເລີຍ ສ່ວນຫຼາຍມັກເກີດກັບຄົນສູງອາຍຸທີ່ຮ່າງກາຍເສື່ອມໄປຕາມການເວລາ ມັນກໍ່ຈະຄ້າຍກັບກັບໂຣກສາຍຕາສັ້ນ ເມື່ອອາຍຸຫຼາຍຂຶ້ນ ນີ້ຖືວ່າເປັນໂຣກປົກກະຕິ ທີ່ເກີດຂຶ້ນໄດ້ກັບທຸກຄົນ ມັນຂຶ້ນກັບການດູແລຮັກສາຕົນເອງ ແຕ່ຈະມີບາງພາວະທີ່ອາດຈະເກີດອາການຫູເສື່ອມເນື່ອງຈາກການຮັບຟັງສຽງດັງເປັນເວລາດົນໆ ຕົວຢ່າງ: ໄວໜຸ່ມທີ່ມັກໃສຫູຟັງແລ້ວເປີດເພງດັງໆ ຫຼື ອາດເກີດຈາກການໄດ້ຮັບເຊື້ອໄວຣັສ, ການເກີດອຸບັດຕິເຫດ ກໍ່ມີສ່ວນທີ່ເຮັດໃຫ້ປະສາດຫູເສື່ອມໄດ້ເຊັ່ນດຽວກັນ.

ອາການທີ່ສະແດງໃຫ້ເຫັນຊັດເຈນ ຄື ເວລາຢູ່ຫ້ອງມິດໆ ເຊັ່ນ: ເວລານອນຈະໄດ້ຍິນສຽງຊ່າໆ ຫຼື ມີສຽງດັງຢູ່ໃນຫູຄ່ອຍໆ ແຕ່ຈະຮູ້ສຶກປວດຫູ ແລະ ກໍ່ປວດເພີ່ມຂຶ້ນຕາມລຳດັບຄວາມດັງຂອງສຽງ ຈົນກາຍເປັນອາການຄົນຫູອື້, ຫູກາຍ, ຫູຕິງ ຫຼື ມີອາການປວດຫູ ຫາກຄົນທີມີອາການແບບນີ້ໝາຍຄວາມວ່າທ່ານກຳລັງເປັນໂຣກຫູເສື່ອມນັ້ນເອງ

ສຳລັບແນວທາງປ້ອງກັນນັ້ນ ຄວນຫຼີກລ່ຽງສະຖານທີ່ທີ່ມີສຽງດັງ, ງົດການໃຊ້ຫູຟັງ ສ່ວນແນວທາງໃນການຮັກສາທາງການແພດນັ້ນແມ່ນບໍ່ມີຫົນທາງຮັກສາໃຫ້ຫາຍຂາດ ມີແຕ່ວິທີການບັນເທົາອາການໃຫ້ຫຼຸດລົງເທົ່ານັ້ນ ເຊິ່ງແາດມີທັງການກິນຢາ ການກິນວິຕາມິນ ແລະ ໃຊ້ເຄື່ອງຊ່ວຍຟັງແມ່ນເປັນວິທີທີ່ນິຍົມເຮັດທີ່ສຸດ

ແຫລ່ງຂໍ້ມູນຈາກ: http://www.thaihealth.or.th/

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...