spot_img
Homeຂ່າວຕ່າງປະເທດຂີ່ລົດຖີບກັບບ້ານສະຫຼອງກຸດຈີນ ດົນກວ່າ 1 ເດືອນຫາກໍ່ຮູ້ວ່າຫຼົງທາງ

ຂີ່ລົດຖີບກັບບ້ານສະຫຼອງກຸດຈີນ ດົນກວ່າ 1 ເດືອນຫາກໍ່ຮູ້ວ່າຫຼົງທາງ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 24 ມັງກອນ 2017 ຜ່ານມາວ່າເຈົ້າໜ້າທີ່ຕຳຫຼວດທາງດ່ວນພົບຊາຍຄົນຈີນຄົນໜຶ່ງ ຂີ່ລົດຖີບຢູ່ເທິງທາງດ່ວນ, ເຊິ່ງເປັນເລື່ອງທີ່ເຮັດໃຫ້ບັນດາເຈົ້າໜ້າທີ່ແປກໃຈຫຼາຍ ຈາກການສອບຖາມຂອງເຈົ້າໜ້າທີ່ຕຳຫຼວດຮູ້ວ່າ ມີຄົນບອກໃຫ້ເຂົາຂີ່ລົດຖີບມາເທິງທາງດ່ວນ

ຕາມການລາຍງານບອກວ່າ ຜູ້ຊາຍຄົນດັ່ງກ່າວ ເຮັດວຽກເປັນລູກຈ້າງຊົ່ວຄາວຢູ່ໃນເມືອງຍື່ຈ້າວ ມົນທົນຊານຕົງ ແລະຂ້ອນຂ້າງຂັດສົນເລື່ອງເງິນ ເພາະການໃຊ້ຈ່າຍເງິນກັບການຈ່າຍຄ່າຫຼິ້ນອິນເຕີເນັດໃນຮ້ານອິນເຕີເນັດເປັນເວລາດົນຈົນໝົດ ແຕ່ກໍຢາກກັບບ້ານໄປສະຫຼອງເທດສະການກຸດຈີນກັບຄອບຄົວ ຈຶ່ງໄດ້ພະຍາຍາມຂີ່ລົດຖີບກັບບ້ານ ຢູ່ເມືອງສີສີຮາ ມົນທົນເຮຍຫຼົງຈຽງ

ລະຫວ່າງທາງກໍໄດ້ແວ່ຖາມທາງກັບຄົນອື່ນໆມາເລື້ອຍໆ ຈົນມາຮອດເມືອງອູ໋ກູ ມົນທົນອັນຮຸຍ ເຊິ່ງລາວຫາກໍ່ຮູ້ວ່າຫຼົງທາງ ຫຼັງຈາກໃຊ້ເວລາຂີ່ລົດຖີບກັບບ້ານດົນກວ່າ 1 ເດືອນ

ແນວໃດກໍຕາມເຈົ້າໜ້າທີ່ຕຳຫຼວດທາງດ່ວນ ຫວັງວ່າລາວຈະກັບຮອດບ້ານໃນໄວໆນີ້ ແລະມີພະນັກງານດ່ານເກັບເງິນຄ່າທາງດ່ວນໃຈດີໄດ້ມອບເງິນໃຫ້ລາວເພື້ອຊື້ປີ້ລົດກັບບ້ານ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...