Homeຂ່າວເຫດການຄະນະປະຈໍາສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນ ປະຈໍາເດືອນມັງກອນ

ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນ ປະຈໍາເດືອນມັງກອນ

Published on

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໄໝສາມັນປະຈໍາເດືອນມັງກອນ 2017 ໄດ້ຈັດຂຶ້ນໃນວັນທີ 25-26 ມັງກອນນີ້ ຢູ່ຫ້ອງປະຊຸມສະພາແຫ່ງຊາດ ເພື່ອຄົ້ນຄວ້າ ແລະ ພິຈາລະນາບັນຫາສໍາຄັນຈໍານວນໜຶ່ງ, ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີບັນດາຄະນະປະຈໍາສະພາແຫ່ງຊາດ, ປະທານຄະນະກໍາມາທິການຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ພິຈາລະນາແຜນການກະກຽມດໍາເນີນກອງປະຊຸມສະໄໝສາມັນ
ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII, ພິຈາລະນາວຽກງານຈຸດສຸມປະຈໍາປີ 2017 ຂອງຄະນະປະຈໍາສະພາແຫ່ງຊາດ, ຮັບຟັງການສະເໜີແຕ່ງຕັ້ງຊັບຊ້ອນບ່ອນປະຈໍາການຂອງລັດຖະກອນຕຸລາການ, ພ້ອມທັງຜ່ານຮ່າງຂໍ້ຕົກລົງຂອງຄະນະເລຂາທິການຂອງສະພາແຫ່ງຊາດວ່າດ້ວຍການ ຈັດຕັ້ງການເຄື່ອນໄຫວຂອງກົມ, ຄະນະສະມາຊິກສະພາແຫ່ງຊາດເພດຍິງ, ຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງກົມປ້ອງກັນຊາດ, ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມ, ຄໍາຮ້ອງຂໍຄວາມເປັນທໍາ, ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຈັດຕັ້ງ-ພະນັກງານ, ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງກົມສັງຄົມ, ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຊົນເຜົ່າ ແລະ ສາສະໜາ, ພ້ອມນີ້ຍັງໄດ້ພິຈາລະນາການໂອນກໍາມະສິດໂຄງການເຂື່ອນໄຟຟ້າເຊນ້ຳນ້ອຍ 5 ຢູ່ເມືອງປາກຊ່ອງ, ແຂວງຈໍາປາສັກລະຫວ່າງບໍລິສັດເຄທີເອັກພັດທະນາພະລັງງານຈໍາກັດຜູ້ດຽວ ແລະ ບໍລິ ສັດທີ່ປຶກສາລົງທຶນດ້ານພະລັງງານໄຟຟ້າຈໍາກັດຜູ້ດຽວ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...