spot_img
Homeຂ່າວຕ່າງປະເທດສະໜາມບິນນານາຊາດດູໄບ ມີຜູ້ໂດຍສານເດີນທາງເຂົ້າ-ອອກຫຼາຍທີ່ສຸດໃນປີ 2016

ສະໜາມບິນນານາຊາດດູໄບ ມີຜູ້ໂດຍສານເດີນທາງເຂົ້າ-ອອກຫຼາຍທີ່ສຸດໃນປີ 2016

Published on

ສະໜາມບິນນານາຊາດດູໄບ ໃນປະເທດສະຫະລັດອາຣັບເອມິນເຣດ ຄອງແຊັມເປັນສະໜາມບິນທີ່ມີຜູ້ໂດຍສານນານາຊາດ ເດີນທາງເຂົ້າ-ອອກ ຫຼາຍທີ່ສຸດໃນປີ 2016 ດ້ວຍຈຳນວນ 83,654,250 ຄົນ ໄດ້ເພີ່ມຂຶ້ນຈາກປີ 2015 ເຖິງຮ້ອຍລະ 7.2 ທີ່ມີຈຳນວນຢູ່ 78 ລ້ານຄົນ

ຜູ້ບໍລິຫານຂອງສະໜາມບິນນານາຊາດດູໄບ ເປີດເຜີຍວ່າ ຕົວເລກຈຳນວນຜູ້ເຂົ້າ-ອອກໃນສະໜາມບິນຂອງປີ 2016 ຍັງຕໍ່າກວ່າເປົ້າໝາຍ ຈາກຄາດການໄວ້ໃນເປົ້າໝາຍປະມານ 85 ລ້ານຄົນ, ແນວໃດກໍຕາມ ຫວັງວ່າປີ 2017 ນີ້ຈະມີຜູ້ໃຊ້ບໍລິການເພີ່ມຂຶ້ນຮອດ 89 ລ້ານຄົນ ດ້ວຍສາຍການບິນກວ່າ 100 ​ສາຍການບິນ ທີ່ບິນສູ່ຈຸດໝາຍປາຍທາງປະມານ 260 ແຫ່ງທົ່ວໂລກ

ສະໜາມບິນນານາຊາດດູໄບ ເປັນຖານຫຼັກຂຂອງສາຍການບິນເອມິເຣດ ເລີ່ມຕິດອັນດັບເປັນສະໜາມບິນທີ່ມີຜູ້ໂດຍສານລະຫວ່າງປະເທດເຂົ້າ-ອອກຫຼາຍທີ່ສຸດໃນໂລກມາຕັ້ງແຕ່ປີ 2014

ແຫຼ່ງຂ່າວ:​ http://www.posttoday.com/world/news/477505

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...