spot_img
Homeຂ່າວເຫດການລາວ-ກຳປູເຈຍ ເພີ່ມທະວີການຮ່ວມມື ດ້ານວຽກງານການຕ່າງປະເທດ

ລາວ-ກຳປູເຈຍ ເພີ່ມທະວີການຮ່ວມມື ດ້ານວຽກງານການຕ່າງປະເທດ

Published on

ໂດຍຕອບສະໜອງ ຕາມການເຊີນຂອງ ທ່ານ ປຣາກ ໂຊຄົນ ລັດຖະມົນຕີອາວຸໂສ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະຮ່ວມມືສາກົນ ແຫ່ງຣາຊະອານາຈັກ ກຳປູເຈຍ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້​ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-25 ມັງກອນ 2017.

ໃນວັນທີ 24 ມັງກອນ 2017, ທ່ານ ສະເຫລີມໄຊ ກົມມະສິດ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ​ເຈົ້າ​ຊີວິດ ໂນໂຣດົມສີຫາໂມນີ ແລະ ສົມ​ເດັດອັກຄະມະຫາ ​ເສນາ​ບໍດີ​ເຕ​ໂຈຮຸນແຊນ, ນາຍົກລັດຖະມົນຕີ​ ແຫ່ງຣາຊະອານາຈັກ ກຳປູເຈຍ, ໂອກາດດັ່ງກ່າວ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ນຳເອົາ ຄວາມຢື້ຢາມຖາມຂ່າວ ຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມາຍັງພະມະຫາກະສັດ ແລະ ນາຍົກລັດຖະມົນຕີ  ແຫ່ງຣາຊະອານາຈັກ ກຳປູເຈຍ

ໃນວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະກໍໄດ້​ເຂົ້າພົບປະ ສອງຝ່າຍກັບ ທ່ານ  ປຣາກ ໂຊຄົນ, ລັດຖະມົນຕີອາວຸໂສ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງຣາຊະອານາຈັກ ກຳປູເຈຍ ເຊິ່ງໃນການພົບປະຄັ້ງນີ້ ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາ ພາຍໃນປະ​ເທດຂອງຕົນ ໃນໄລຍະຜ່ານມາ ໃຫ້ກັນຊາບ, ໂດຍສະເພາະ ຜົນສໍາເລັດໃນການພັດທະນາ ເສດຖະກິດ-ສັງຄົມ; ສອງຝ່າຍໄດ້ຕີລາຄາສູງ ຕໍ່ການ​ພົວພັນ ແລະ ການ​ຮ່ວມ​ມື​ ສອງລັດຖະບານ ກໍ​ຄື​ 2 ກະຊວງ​ການ​ຕ່າງປະ​ເທດ ລາວ-ກໍາປູ​ເຈຍ ໃນໄລຍະຜ່ານມາ; ໄດ້ເປັນເອກະພາບກັນ ໃນທິດທາງການເສີມຂະຫຍາຍ ການພົວພັນຮ່ວມມືສອງຝ່າຍ ໃນຕໍ່ໜ້າ ໃຫ້​​ແໜ້ນ​​ແຟ້ນຂຶ້ນກ່ວາເກົ່າ. ນອກ​ຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບສະພາບການ ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນວັນທີ​ 25 ມັງ​ກອນ2017, ທ່ານ​ ສະ​ເຫລີມ​ໄຊ ກົມ​ມະ​ສິດ ໄດ້​ນຳ​ພາ​ ຄະ​ນະຝ່າຍລາວ ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ວິ​ສາ​ມັນ ຄະ​ນະ​ກຳ​ມະ​ການ ​ຊາຍ​ແດນ​ຮ່ວມ ລາວ-ກຳ​ປູ​ເຈຍ, ກໍາ​ປູ​ເຈຍ-ລາວ ທີ່​ສຳ​ນັກ​ງານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ, ເພື່ອປຶກສາຫາລືວຽກງານ ການປັກຫລັກໝາຍຊາຍແດນ ຮ່ວມກັນ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...