Homeຂ່າວເຫດການອັດຕາການສູບຢາໃນລາວເພີ່ມຂຶ້ນ

ອັດຕາການສູບຢາໃນລາວເພີ່ມຂຶ້ນ

Published on

ຄະນະກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບກະຊວງສາທາລະນະສຸກໃຫ້ຮູ້ວ່າ: ຜົນການສຳຫຼວດລະດັບຊາດກ່ຽວກັບການສູບຢາໃນປີ 2012 ພົບວ່າຄົນລາວສູບຢາປະມານ 1 ລ້ານກວ່າຄົນ, ແຕ່ມາຮອດປັດຈຸບັນໄດ້ເພີ່ມຂຶ້ນຢ່າງໜ້າວິຕົກຄື: ຜູ້ຊາຍເພີ່ມຂຶ້ນຈາກ 9% ໃນປີ 2007 ມາເປັນ 14,3% ໃນປີ 2011, ແມ່ຍິງກໍເພີ່ມຂຶ້ນເຊັ່ນກັນຈາກ 0,7%  ໃນປີ 2003 ມາເປັນ 1,1%, ຍ້ອນແນວນັ້ນ ລາວເຮົາຈຶ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍການຄວບຄຸມຢາສູບ ຢ່າງເຂັ້ມງວດພາຍຫຼັງລາວເຮົາໄດ້ເຂົ້າເປັນພາຄີໃນສັນຍາດັ່ງກ່າວນັບແຕ່ປີ 2006 ເປັນຕົ້ນມາ ແລະ ໄດ້ຖືເອົາວຽກງານຄວບຄຸມຢາສູນເປັນວຽກບຸລິມະສິດໃນແຜນການສົ່ງເສີມສຸຂະພາບ ແລະໃນປີ 2015 ຜ່ານມາກະຊວງສາທາລະນະສຸກ ກໍໄດ້ປັບປຸງດຳລັດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບໂດຍເລັ່ງຕໍ່ຕ້ານກົນອຸບາຍຂອງບໍລິສັດຜະລິດຢາສູບ, ພ້ອມໄດ້ອອກມາດຕະການຕ່າງໆເພື່ອປົກປ້ອງຜົນສຸຂະພາບຂອງປະຊາຊົນເຊັ່ນ: ການຕິດສະຫຼາກ, ການຫຸ້ມຫໍ່ ແລະ ພິມຄຳເຕືອນສຸຂະພາບໃສ່ຜະລິດຕະພັນຢາສູບແລະ ຫ້າມໂຄສະນາ, ສົ່ງເສີມການຂາຍ  ແລະ ອຸປະຖຳໂດຍບໍລິສັດຢາສູບ, ເອົາໃຈໃສ່ໂຄສະນາຜົນຮ້າຍຂອງຢາສູບໃຫ້ປະຊາຊົນຮັບຮູ້, ພ້ອມທັງຕິດປ້າຍຫ້າມສູບຢາໃນອາຄານ, ສະຖານທີສາທາລະນະ ແລະ ການໂຄສະນາໃນຮູບແບບຕ່າງໆເພື່ອຕ້ານການສູບຢາ.

ຜົນການສຳຫຼວດຂອງອົງການອະນາໄມໂລກສະແດງໃຫ້ເຫັນວ່າ: ແຕ່ລະມື້ທົ່ວໂລກມີຄົນເສຍຊີວິດຍ້ອນຢາສູບປະມານ 6 ລ້ານຄົນ, ໃນນັ້ນມີປະມານ 6 ແສນຄົນທີ່ບໍ່ແມ່ນຜູ້ສູບຢາແຕ່ຍ້ອນຫາຍໃຈເອົາຄວັນຢາສູບ (ຜູ້ສູບຢາມືສອງ) ສຳລັບ ສປປ ລາວ ມີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບສູງເຖິງປີລະ 4.807 ຄົນ, ສະເລ່ຍມື້ລະ 13 ຄົນ, ສະນັ້ນ ຖ້າບໍ່ມີມາດຕະການທີ່ມີປະສິດທິພາບໃນການຄວບຄຸມຢາສູບຈະເຮັດໃຫ້ອັດຕາການຕາຍຍ້ອນຢາສູບຈະເພີ່ມຂຶ້ນ 2 ເທົ່າໃນປີ 2020 .

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...