Homeນານາສາລະເຫດຜົນທີ່ບໍ່ຄວນຫຼິ້ນໂທລະສັບໃນຫ້ອງນໍ້າ ຮູ້ໄວ້ໄດ້ປະໂຫຍດ

ເຫດຜົນທີ່ບໍ່ຄວນຫຼິ້ນໂທລະສັບໃນຫ້ອງນໍ້າ ຮູ້ໄວ້ໄດ້ປະໂຫຍດ

Published on

ຫຼາຍຄົນມີນິໄສມັກຫຼິ້ນໂທລະສັບໃນຫ້ອງນໍ້າ ແຕ່ຮູ້ບໍວ່າມັນເປັນອັນຕະລາຍຫຼາຍ ເພາະເຈົ້າສາມາດຮັບເຊື້ອພະຍາດຕ່າງໆ ເຂົ້າສູ່ຕົວເອງໄດ້ຢ່າງງ່າຍດາຍເຊັ່ນ: ເຊື້ອຊາລໂມເນລລາ , ເຊື້ອອີໂຄໄລ E ແລະ C

Dr. Lisa Ackerley ຜູ້ຊ່ຽວຊານດ້ານສຸຂະອະນາໄມໄດ້ເວົ້າວ່າ “ຫາກເຈົ້າເຊັດກົ້ນຂອງເຈົ້າແລ້ວ ຈັບໂທລະສັບຂຶ້ນມາ ໂດຍທີ່ບໍ່ທັນໄດ້ລ້າງມື ເຈົ້າຈະໄດ້ຮັບເຊື້ອແບັກທີເລຍທັງໝົດທີ່ຕິດຢູ່ໃນໂທລະສັບຂອງເຈົ້າ”

Dr. Ron Cutler ຜູ້ອໍານວຍການຂອງອົງການວິທະຍາສາດຊີວະພາບພະລາຊີນີແມລີ່ ແຫ່ງມະຫາວິທະຍາໄລລອນດອນ ໄດ້ເວົ້າວ່າ “ປົກກະຕິແລ້ວຄົນເຮົາບໍ່ຄວນໃຊ້ໂທລະສັບ ໃນເວລາທີ່ເຮົາເຂົ້າຫ້ອງນໍ້າ ເພາະເຮົາຈະໄດ້ຮັບເຊື້ອໄວຣັດ ທີ່ປົນເປື້ອນມາກັບອຸດຈະລະ ແລະເຊື້ອພະຍາດຕ່າງໆ ທີ່ຢູ່ໃນຫ້ອງນໍ້າ”

ເຊື້ອໄວຣັດທີ່ເຂົ້າສູ່ມືເຮົາ ມັນຍັງສາມາດເຂົ້າສູ່ຮ່າງກາຍຂອງເຮົາໄດ້ຫຼາຍທາງ ຜູ້ຊ່ຽວຊານຍັງເວົ້າອີກວ່າ: ເປັນຫຍັງເຮົາຈຶ່ງບໍ່ຄວນເກັບໄມ້ສີແຂ້ວໄວ້ກັບຊັກໂຄກ ລວມເຖິງການວາງໂທລະສັບໄວ້ເທິງຄິດຊູ່ໃນຫ້ອງນໍ້າ ຫຼືບ່ອນອື່ນໆ

ເຊື້ອພະຍາດເຫຼົ່ານັ້ນ ສາມາດຕິດມາກັບໂທລະສັບຂອງເຈົ້າໄດ້ ແລະຢູ່ໄດ້ດົນເຖິງ 2-3 ວັນ ເພາະໂທລະສັບຂອງເຈົ້າຮ້ອນ ຈະເປັນບ່ອນຢູ່ທີ່ອົບອຸ່ນຂອງແບັກທີເລຍ ແລະຜູ້ຊ່ຽວຊານຍັງເວົ້າອີກວ່າ “ຫາກມີຄາບຄວາມໜຽວ ຂອງເຂົ້າໜົມ ຕິດຢູ່ກັບໂທລະສັບ ກໍຍິ່ງເຮັດໃຫ້ແບັກທີເລຍອາໄສຢູ່ໄດ້ດີ” ດັ່ງນັ້ນ ຢ່າລືມລ້າງມືໃຫ້ສະອາດດ້ວຍສະບູ ແລະນໍ້າ ແລະເອົາໂທລະສັບໄວ້ໃນກະເປົາ ບໍ່ຄວນເອົາມາຫຼິ້ນເວລາເຂົ້າຫ້ອງນໍ້າ

ທີ່ມາ: http://www.rak-sukapap.com/2017/01/blog-post_173.html

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...