Homeຂ່າວພາຍ​ໃນນຳໃຊ້ເຄື່ອງກົນຈັກ ປູກເຂົ້າຢູ່ເມືອງສັງທອງ

ນຳໃຊ້ເຄື່ອງກົນຈັກ ປູກເຂົ້າຢູ່ເມືອງສັງທອງ

Published on

ທ່ານ ບົວ​ຄຳ ສີ​ສົງຄາມ ຮອງເຈົ້າເມືອງ​ສັງ​ທອງ ພ້ອມ​ດ້ວຍຄະນະ ​ລົງ​ເບິ່ງ​ການ​ນຳ​ໃຊ້​ເຕັກນິກ ການ​ນຳ​ໃຊ້​ເຄື່ອງ​ຈັກ​

ທີ່​ທັນ​ສະໄໝ ​ເຂົ້າ​ໃນ​ການ​ປັກ​ດຳ​ເຂົ້ານາ​ປີ ທີ່ນາ​ຂອງ​ທ່ານ​ ສົມ​ສັກ ຢູ່​ບ້ານ​ເພຍລາດ ເມືອງ​ສັງ​ທອງ ນະຄອນຫຼວງ​ວຽງ​

ຈັນ ໃນ​ວັນ​ທີ 4 ສິງຫາ 2014 ຜ່ານ​ມາ.

 

ທ່ານ ສົມ​ສັກ ໄດ້​ກ່າວ​ວ່າ: ວິທີ​ການ​ນຳ​ໃຊ້​ເຄື່ອງ​ຈັກ​ທີ່​ທັນ​ສະໄໝ ​ເຂົ້າ​ໃນ​ການ​ຜະລິດ​ປັກ​ດຳເຂົ້ານາ​ປີ​ປີ​ນີ້​ ເຫັນ​ວ່າ​ເປັນ

​ການ​ປະຢັດ​ແນວ​ພັນ​ເຂົ້າ​ປະຢັດ​ຕົ້ນ​ທຶນ ແລະ ແຮງ​ງານ​ຖ້າ​ສົມ​ທຽບໃສ່ເຄື່ອງ​ຈັກ​ກົນ​ກັບ​ແຮງ​ງານ​ຄົນແລ້ວ 1 ເຮັກຕາ

ຈະ​ໃຊ້​ແຮງ​ງານຄົນ​ປັກ​ດຳ 30-35 ຄົນ​ຕໍ່​ມື້ ໃຊ້ງົບປະມານ​ມື້​ລະ 60.000 ກີບ​ຕໍ່ຄົນ ເທົ່າ​ກັບ 2.100.000 ກີບ​ຕໍ່​ມື້ ເມື່ອ​

ມາ​ນຳ​ໃຊ້​ເຄື່ອ​ຈັກ​ກົນ​ປັກ​ດຳ 1 ເຮັກຕາ ແມ່ນ​ໃຊ້​ແຮງ​ງານພຽງ​ແຕ່ 1-2 ຄົນ​ຕໍ່​ມື້ ໃຊ້​ງົບ​ປະມານ​ພຽງ​ແຕ່ 220.000 ກີບ

ລວມ​ທັງ​ຄ່າ​ນ້ຳມັນ​ໃຊ້​ຈັກ ພ້ອມກັນ​ນັ້ນ ຍັງ​ສະດວກ​ໃນ​ການ​ບົວລະ​ບັດ​ຮັກສາ ໄລຍະ​ຫ່າງ​ຂອງຕົ້ນ​ເຂົ້າ​ແມ່ນ​ສະ​ໝ່ຳ​ສະ

ເໝີ​ ມີ​ປະສິດທິ​ພາບ ຜົນ​ການ​ຜະລິດ​ໄດ້​ຮັບລື່ນ​ຈາກ​ຄົນ​ປັກ​ດຳ 10-15% ເຊິ່ງ​ການ​ໃຊ້​ເຄື່ອງ​ກົນ​ຈັກ​ເຂົ້າ​ໃນການ​ຜະລິດ​ນີ້

​ຖື​ວ່າ​ເປັນ​ບົດຮຽນອັນ​ໃໝ່​ ໃນ​ການ​ປູກ​ເຂົ້າຂອງເມືອງ​ສັງ​ທອງ.

 

ຂອບໃຈຂ່າວຈາກ: http://vientianemai.net/teen/khao/1/12406

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...