spot_img
Homeຂ່າວພາຍ​ໃນຝຣັ່ງເຂົ້າມາລົງທຶນໃນລາວ ບັນລຸ 490 ລ້ານໂດລາ

ຝຣັ່ງເຂົ້າມາລົງທຶນໃນລາວ ບັນລຸ 490 ລ້ານໂດລາ

Published on

ວຽກ​ງານ​ການ​ ເຊື່ອມ​ໂຍງ​ເສດຖະກິດ ​ແມ່ນ​ວຽກ​ບູລິ​ມະ​ສິດ​ໜຶ່ງ​ ສໍາຄັນທີ່​ສຸດ​ຂອງ ລັດຖະບານລາວ ​ໂດຍ​ສະ​ເພາະ​ ວຽກ​ງານ​ການ​ເຊື່ອມ​ໂຍງ ​ເສດຖະກິດ​ອາ​ຊຽນ ແມ່ນ​ປັດ​ໃຈ​ສຳຄັນຮີບ​ດ່ວນ​ ໃນ​ການ​ຊຸກຍູ້​ແຜນ​​ພັດທະນາ​​ ເສດຖະກິດ​-ສັງຄົມ​, ​ການ​ສ້າງ​ໂອກາດ ​ດ້ານ​ການ​ຂະຫຍາຍ ຕະຫລາດ​ຕ່າງ​ປະ​ເທດ ​ໃຫ້​ແກ່​ສິນຄ້າ​ສົ່ງ​ອອກ​ຂອງ​ລາວ, ສາມາດ​ເພີ່ມ​ທະວີ​ ການ​ດຶງ​ດູດ​ການ​ລົງທຶນ​ ຈາກ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ ​ການ​ພົວພັນ​ຮ່ວມ​ມື​ທຸລະ​ກິດ ລາວ-ຝຣັ່ງ ເຊິ່ງ​ໃນ​ປີ​ທີ່​ຜ່ານ​ມາ ພົບ​ວ່າຕົວ​ເລ​ກການ​ລົງທຶນ ຂອງ​ນັກ​ລົງທຶນ​ຝຣັ່ງ ທີ່​ເຂົ້າ​ມາ​ລົງທຶນ​ໃນ ສປປ ລາວ ​ແມ່ນ​ມີ​ມູນ​ຄ່າຫລາຍ​ກ່ວາ 490 ລ້ານ​ໂດ​ລາ​ສະຫະລັດ ຈັດ​ຢູ່​ໃນ​ອັນ​ດັບ​ທີ 6 ຂອງ​ປະ​ເທດ ​ທີ່​ເຂົ້າ​ມາ​ລົງທຶນ​ໃນ ສປປ ລາວ.

ງານ​ພົບ​ປະ​ນັກທຸລະກິດ​ລາວ-ຝຣັ່ງ ຄັ້ງ​ທີ 2  ພາຍ​ໃຕ້​ຫົວ​ຂໍ້ “​ເປີດ​ປະ​ຕູ​ສູ່​ອາ​ຊຽນ” ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມັງກອນ 2017 ທີ່​ນະຄອນຫລວງ​ວຽງຈັນ ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ ຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ​​ເຊິ່ງທ່ານ​ໄດ້ກ່າວ​ບາງ​ຕອນ ໃນ​ງານ​ພົບ​ປະ​ ນັກ​ທຸລະ​ກິດ ລາວ-ຝຣັ່ງ ຄັ້ງນີ້​ວ່າ: ຕ້ອງ​ໄດ້​ສຸມ​ທຸກ​ເຫື່ອ​ແຮງ ​ເຂົ້າ​ໃນ​ການ​ບັນລຸ​ຜົນສຳ​ເລັດ ໃນ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ​​ ເສດຖະກິດ​-ສັງຄົມ 5 ປີ ຄັ້ງທີ 8 ​ເຊິ່ງ​ເປົ້າ​ໝາຍ​ຫລັກ​ແມ່ນ ​ສູ້​ຊົນນຳ​ເອົາ​ປະ​ເທດ​ຊາດ ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ ສະຖານະ​ພາບ​ດ້ອຍ​ພັດທະນາ ​ໃນ​ປີ 2020, ຫວັງ​ຢ່າງ​ຍິ່ງ​ວ່າ ​ໃນ​ການບັນລຸ​ເປົ້າ​ໝາ​ຍດັ່ງກ່າວ ສປປ ລາວ ຈະ​ໄດ້​ຮັບ​ການ ​ສະໜັບ​ສະ​ໜູນ ​ແລະ ຊ່ວຍ​ເຫລືອ ຈາກ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ເປັນ​ຕົ້ນ​ແມ່ນ​ປະ​ເທດ​ຝຣັ່ງ ​ແລະ ບັນດາ​ປະ​ເທດ​ ທີ່​ນຳ​ໃຊ້​ພາ​ສາ​ຝຣັ່ງ ​ເຊິ່ງການ​ຊ່ວຍ​ເຫລືອ​ ການ​ພັດທະນາ​ຂອງ​ລັດຖະບານຝຣັ່ງ ຕໍ່ລັດຖະບານ ສປປ ລາວ ມີ 2 ຮູບ​ແບບ​ຄື: ການ​ຊ່ວຍ​ເຫລືອ​ ໂດຍຜ່ານ​ອົງການຝຣັ່ງ​ ເພື່ອ​ການ​ພັດທະນາ ​ແລະ ການ​ຊ່ວຍ​ເຫລືອ ​ຜ່ານ​ທາງ​ສະຖານທູດ​ຝຣັ່ງ ປະຈຳ ສປປ ລາວ. ນອກຈາກ​ນັ້ນ​ຍັງ​ມີ​ການ​ຊ່ວຍ​ເຫລືອ​ ຈາກ​ອົງ​ການຈັດ​ຕັ້ງອື່ນໆ​ຂອງຝຣັ່ງ ປັດຈຸ​ບັນ​ ໂຄງການ​ທີ່​ຜ່ານ​ອົງການ​ຝຣັ່ງ​ ເພື່ອ​ການ​ພັດທະນາ ທີ່​ກຳລັງ​ຈັດ​ຕັ້ງປະຕິບັດ ມີ​ຢູ່ 5 ​ໂຄງການ ​ແລະ​ ຜ່ານ​ສະຖານ​ທູດ​ປະຈຳ​ລາວ ກຳລັງ ຈັດ​ຕັ້ງ​ປະຕິບັດ​ມີ​ຢູ່ 23 ​ໂຄງການ ລວມມູນ​ຄ່າ​ສະ​ເລ່ຍ 15 ລ້ານ​ເອີ​ໂຣຕໍ່​ປີ ​ແລະ ການ​ຊ່ວຍ​ເຫລືອ​ຜ່ານ​ຂອບ​ການ​ຮ່ວມ​ມື​ ຫລາຍ​ຝ່າຍ​ມູນ​ຄ່າ 25 ລ້ານ​ເອີ​ໂຣ.

ພ້ອມ​ນີ້ ທ່ານ ສົມ​ຈິດ ອິນ​ທະ​ມິດ, ຮອງ​ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ນາງ ​ໂກລດິນ ​ເລີ​ດູ ​ເອກ​ອັກຄະ​ລັດຖະທູດ​ຝຣັ່ງ ປະຈຳ ສປປ ລາວ ພ້ອມ​ດ້ວຍ​ນັກທຸລະກິດ ​ລາວ-ຝຣັ່ງ ​ແລະ ພາກສ່ວນ​ກ່ຽວຂ້ອງ​ ກໍ​ໄດ້​ປຶກສາ​ຫາລື​ແລກປ່ຽນ​ ຄວາມ​ຄິດ​ຄວາມ​ຫັນ ​ແລະ ຊອກ​ຫາ​ຊ່ອງ​ທາງ ​​ເພື່ອ​ແນ່​ໃສ່​ສົ່ງ​ເສີມ​ ການ​ຂະ​ຫຍາຍການ​ຮ່ວມ​ມື​ ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ ໃຫ້​ນັບ​ມື້​ຂະຫຍາຍຕົວ​ຂຶ້ນ, ພ້ອມທັງ​ເປັນ​ການ​ຜັກ​ດັນ ​ແລະ ຊຸກຍູ້​ສົ່ງ​ເສີມ ​ໃຫ້​ພາກ​ທຸລະ​ກິດ​ຂອງຝຣັ່ງ ​ໄດ້​ມີ​ໂອກາດ​ພົບ​ປະ​ ຊອກ​ຫາ​ຊ່ອງ​ທາງ ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ ສປປ ລາວ ຕາມ​ແຕ່ລະ​ຂົງ​ເຂດ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...