spot_img
Homeຂ່າວຕ່າງປະເທດບໍລິສັດໃຫຍ່ຈີນ ມອບລົດເກັງ 21 ຄັນ ໃຫ້ພະນັກງານດີເດັ່ນ

ບໍລິສັດໃຫຍ່ຈີນ ມອບລົດເກັງ 21 ຄັນ ໃຫ້ພະນັກງານດີເດັ່ນ

Published on

ສຳນັກຂ່າວປະເທດຈີນ ລາຍງານເມື່ອວັນທີ 19 ມັງກອນ 2017 ຜ່ານມາວ່າ ບໍລິສັດແຫ່ງໜຶ່ງຢູ່ເມືອງໄຫ່ອັນ ມົນທົນຈຽງຊູ ໄດ້ທຸ້ມງົບຊື້ລົດເກັງ 21 ຄັນ ລວມມູນຄ່າ 3.3 ລ້ານຢວນ ມອບເປັນລາງວັນໃຫ້ກັບພະນັກງານດີເດັ່ນຝ່າຍຕ່າງໆ ປະຈຳປີ 2016 ຜ່ານມາຈຳນວນ 21 ຄັນ ເພື່ອຕອບແທນທີ່ແຕ່ລະຄົນຕັ້ງໃຈເຮັດວຽກ ແລະຂະຫຍາຍການພັດທະນາໃຫ້ບໍລິສັດ ເຊິ່ງແຕ່ລະຄົນຈະໄດ້ຮັບລົດເກັງ ຄົນລະ 1 ຄັນ

ທາງບໍລິສັດດັ່ງກ່າວເປີດເຜີຍວ່າ ສອງປີຜ່ານມາ ບໍລິສັດໄດ້ມອບລົດໃຫ້ກັບພະນັກງານດີເດັ່ນແລ້ວຫຼາຍກວ່າ 30 ຄົນ ແລະຄາດວ່າໃນປີ 201ຈ ນີ້ຈະມອບລາງວັນເປັນລົດອີກ 30 ຄັນ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...