Homeຂ່າວການພັດທະນາໂຄງການເມືອງດອກຈຳປາ ຕິດພັນກັບການສ້າງເສັ້ນທາງດ່ວນ

ໂຄງການເມືອງດອກຈຳປາ ຕິດພັນກັບການສ້າງເສັ້ນທາງດ່ວນ

Published on

ໂຄງ​ການເມືອງ​ດອກ​ຈຳປາ ເປັນ​ໂຄງການ​ທີ່​ຕິດ​ພັນ​ກັບ​ໂຄງການ​ສ້າງ​ເສັ້ນທາງ​ດ່ວນ​ຄູ່​ຂະໜານ​ຖະໜົນ ໄກສອນ ພົມ​ວິຫານ ໃນ​ນີ້ ໂຄງ​ການເມືອງ​ດອກຈຳປາ ​ຈະ​ສ້າງ​ສິ່ງ​ອຳນວຍ​ຄວາມສະດວກ​ຫຼາຍ​ຢ່າງ ​ໃນ​ການ​ພັດທະນາ​ອ່າງ​ໂຕ່ງ​ນ້ຳ ບ່ອນ​ພັກ​ນ້ຳ ສ້າງ​ເຂດ​ສີຂຽວ ພື້ນ​ທີ່​ດັ່ງກ່າວ ຈະ​ສາມາດ​ຮອງ​ຮັບ​ປະຊາຊົນ​ທີ່ຖືກ​ຜົນ​ກະທົບ​ຈາກ​ໂຄງການ​ສ້າງທາງ​ດ່ວນ ເປັນ​ການ​ທ້ອນໂຮມຕອນ​ດິນ​ຂອງ​ລັດ​ຄຸ້ມ​ຄອງ​ທີ່​ຖືກບຸກຄົນ ນິຕິບຸກຄົນ​ບຸກລຸກ​ທີ່​ນອນໃນ​ເຂດ​ສະຫງວນ ຄອງ​ລະບາຍນ້ຳ​ມາ​ກ່ອນ ​ໃຫ້​ເກັບ​ຄືນ​ມາ​ເປັນຂອງ​ລັດ ຫຼຸດຜ່ອນ​ການ​ໃຊ້​ທຶນຂອງ​ລັດ​ໃນ​ການ​ສ້າງ​ບ່ອນ​ພັກ​ນ້ຳ ອ່າງ​ໂຕ່ງ​ນ້ຳ ແລະຄອງ​ລະບາຍນ້ຳ ​ເພື່ອ​ຮອງ​ຮັບ​ການ​ລະບາຍ​ນ້ຳ ອ່າງ​ໂຕ່ງ​ນ້ຳ-ແກ້ມ​ລີງ ເພື່ອ​ປ້ອງກັນ​ຄວາມ​ສ່ຽງ​ຈາກ​ນ້ຳ​ຖ້ວນ ສ້າງ​ອ່າງ​ບຳບັດ​ນ້ຳ​ເປື້ອນ​ທີ່​ທັນສະໄໝ​ແຫ່ງ​ທຳ​ອິດ​ໃນ​ນະຄອນຫຼວງ​ວຽງ​ຈັນ.

ໄລຍະ​ຜ່ານ​ມາ ​ລັດຖະບານໄດ້​ອະນຸມັດ​ໃຫ້​ບໍລິສັດ ເອ​ເຊຍລົງທຶນ ແລະ ບໍລິການ ຈຳກັດ ຮ່ວມ​ກັບນະຄອນຫຼວງ​ວຽງ​ຈັນ ສ້າງຕັ້ງ​ບໍລິສັດ​ປະສົມ​ຮ່ວມ​ກັນ ເພື່ອ​ເປັນ​ກົນ​ໄກ​ໃນ​ການ​ພັດ​ທະນາ​ໂຄງການ​ດັ່ງກ່າວ ​ຕາມ​ແຈ້ງການ​ຂອງ​ຫ້ອງ​ວ່າການ​ລັດ​ຖະບານ ໃນ​ປີ 2013 ແລະ ມາ​ຮອດປີ 2014 ລັດຖະບານ​ໄດ້​ແຈ້ງການ​ໃຫ້​ໂຈະ​ຊົ່ວຄາວ ເພື່ອ​ຢັ່ງຫາງ​ສຽງ​ຂອງ​ປະຊາຊົນ​ ວ່າມີຜົນ​ໄດ້ຜົນ​ເສຍ​ຫຼາຍ​ໜ້ອຍ​ສ່ຳ​ໃດ ໃນ​ເບື້ອງ​ຕົ້ນ​ເນື້ອທີ່​ໂຄງການເມືອງ​ດອກ​ຈຳປາ 270 ເຮັກຕາ ເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ປະຊາຊົນ​ມີ​ຜົນກະທົບ​ຈາກ​ໂຄງການ​ດັ່ງ​​ກ່າວຫຼາຍ ແລະ ສອດຄ່ອງ​ກັບ​ນິຕິ​ກຳທີ່​ກຳນົດ​ເຂດ​ສະຫງວນ​ອ່າງ​ໂຕ່ງ ອົງການ​ປົກຄອງ​ນະຄອນຫຼວງວຽງ​ຈັນ ຈຶ່ງ​ໄດ້​ດັດ​ປັບ​ແຜນ​ພັດທະ​ນາ ແລະ ດັດແປງ​ເນື້ອທີ່​ໃຫ້ເຫຼືອ​ພຽງ​ແຕ່ 142,88 ເຮັກຕາ.

ປັດຈຸບັນ ພື້ນ​ທີ່​ກ່ອນ​ການ​ພັດທະ​ນາ​ມີ​ເນື້ອທີ່​ດິນ​ຂອງ​ປະຊາຊົນ 100,24 ເຮັກຕາ ຄອງ​ນ້ຳ 6,42 ເຮັກຕາ ເນື້ອທີ່​ເສັ້ນທາງ 36,22 ເຮັກຕາ ພື້ນ​ທີ່​ແຜນ​ພັດທະນາ ແລະ ກິດຈະກຳ​ຕົ້ນຕໍ​ຂອງ​ໂຄງການ ຫຼັງ​ການ​ພັດທະນາ​ເສັ້ນທາງ​ດ່ວນ 35,92 ເຮັກຕາ ເສັ້ນທາງ​ເຊື່ອມ​ຕໍ່ 1 ເຮັກຕາ ຄອງ​ລະບາຍ​ນ້ຳ 7 ເຮັກຕາ ອ່າງ​ໂຕ່ງ+ແກ້ມ​ລີງ 25 ເຮັກຕາ ພື້ນ​ທີ່​ສີຂຽວ 12 ເຮັກຕາ ພື້ນ​ທີ່​ເອົາ​ໄວ້ຮອງ​ຮັບ​ການ​ຍົກຍ້າຍ​ປະຊາຊົນ 5 ເຮັກຕາ ເນື້ອທີ່​ພັດທະນາ​ເປັນເຂດ​ເສດຖະກິດ 56,96 ເຮັກຕາ ເມື່ອ​ໂຄງການ​ນີ້​ໄດ້​ຮັບ​ການ​ຈັດຕັ້ງ​ປະຕິບັດ ​ລັດ​ຈະ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ສ້າງ​ທາງ​ດ່ວນ 2,5 ກິໂລແມັດ ເພາະວ່າ​ບໍລິສັດ​ຈະເປັນ​ຜູ້​ລົງທຶນ​ໃຫ້ 100%.

ຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...