Homeນານາສາລະ6 ສາເຫດທີ່ເຮັດໃຫ້ຜົມຫຼົ່ນໄດ້ງ່າຍ

6 ສາເຫດທີ່ເຮັດໃຫ້ຜົມຫຼົ່ນໄດ້ງ່າຍ

Published on

ສາວໆໜຸ່ມໆຫຼາຍຄົນ ຕ້ອງມີບັນຫາກ່ຽວກັບຜົມຫຼົ່ນ ແລະມີຄວາມກັງວົນໃຈທຸກຄັ້ງ ທີ່ສະຜົມ ຫຼືຫວີຜົມ ແລ້ວເຫັນຜົມຫຼົ່ນຈົນເປັນກອງ ຈົນເຮັດໃຫ້ຕອນນີ້ຜົມບາງ ເຊິ່ງຜົມກໍບຳລຸງດີທຸກຢ່າງ ແຕ່ກໍຍັງມີບັນຫາ ມື້ນີ້ລາວໂພສຕ໌ ຈະມາບອກໃຫ້ຮູ້ກ່ຽວກັບພຶດຕິກຳທີ່ເຮັດໃຫ້ຜົມຫຼົ່ນມາຝາກກັນ

  1. ສະຜົມຕະຫຼອດ: ໜຸ່ມສາວທີ່ມີບັນຫາກ່ຽວກັບໜັງຫົວມັນ ຫຼືຄົນທີ່ມັກອອກກຳລັງກາຍທຸກວັນ ເຮັດໃຫ້ຕ້ອງໄດ້ສະຜົມທຸກວັນ ເຊິ່ງການສະຜົມຕະຫຼອດອາດເຮັດໃຫ້ໜັງຫົວແຫ້ງ ຈົນເກີດອາການຄັນ ແລະເປັນລັງແຄ ສຸດທ້າຍກໍຜົມຫຼົ່ນໄດ້
  2. ຫວີຜົມແຮງ, ຫວີຕະຫຼອດ ແລະຫວີໃນເວລາຜົມປຽກ: ສາວໆທີ່ຜົມຍາວ ກໍຈະຮັກຜົມຕົນເອງ ຈົນຕ້ອງໄດ້ຫວີຜົມທຸກໆຊົ່ວໂມງ ຫຼືຫວີຜົມໃນເວລາທີ່ຜົມປຽກ, ເຈົ້າອາດຈະກຳລັງທຳລາຍຜົມແບບບໍ່ຮູ້ຕົວ ເພາະການຫວີຜົມນອກຈາກຈະເຮັດໃຫ້ເສັ້ນຜົມຫຼົ່ນຫຼາຍຂຶ້ນແລ້ວ ຫວີຍັງສຽດສີກັບເສັ້ນຜົມຫຼາຍເກີນໄປ ຈົນເຮັດໃຫ້ຜົມແຫ້ງເສຍໄດ້
  3. ໃຊ້ໄດຮ້ອນເປົ່າຜົມຕະຫຼອດ: ຄວາມຮ້ອນຈາກໄດເປົ່າຜົມ ນອກຈາກຈະເຮັດໃຫ້ຜົມເສຍໄດ້ງ່າຍແລ້ວສ ຍັງເຮັດໃຫ້ໜັງຫົວແຫ້ງ, ຄັນ ແລະຂາດ ແລະເສັ້ນຜົມຫຼົ່ນໄດ້ງ່າຍ
  4. ດັດ, ຍ້ອມ ແລະເຮັດສີຜົມຫຼາຍເກີນໄປ: ໜຸ່ມສາວທີ່ມັກປ່ຽນສີຜົມຕະຫຼອດອາດປະສົບບັນຫາເສັ້ນຜົມຫຍາບ, ບໍ່ນຸ້ມ, ຜົມແຕກປາຍ, ແຫ້ງ ບຳລຸງເທົ່າໃດກໍຍາກທີ່ຈະກັບມາງາມຄືເກົ່າ ແລະຍັງເປັນສາເຫດທີ່ເຮັດໃຫ້ຜົມຫຼົ່ນໄດ້ງ່າຍ
  5. ກິນອາຫານລົດຊາດເຜັດ: ອາຫານທີ່ເຮົາກິນຈະສົ່ງຜົນກັບຜົມຫຼົ່ນໄດ້, ອາຫານລົດຊາດເຜັດ ຫຼືເຄັມຫຼາຍເກີນໄປ ຈະເຮັດໃຫ້ຄວາມດັນສູງຂຶ້ນ ເສັ້ນເລືອດຫົດຕົວ ເປັນຜົນເຮັດໃຫ້ເລືອດໄປລ້ຽງຮາກຜົມໄດ້ໜ້ອຍ ແລະເຮັດໃຫ້ຜົມບໍ່ແຂງແຮງ ແລະຫຼົ່ນໄດ້ງ່າຍ
  6. ດື່ມແອວກໍຮໍ ແລະສູບຢາ: ການດືືມແອວກໍຮໍ ແລະສູບຢາ ຈະສົ່ງຜົນກັບລະບົບໄຫຼວຽນຂອງເລືອດ, ເສັ້ນເລືອດຈະຢູ່ໃນພາວະຫົດຕົວ ແລະແຂງຕົວ ເຮັດໃຫ້ເລືອດໄຫຼວຽນບໍ່ສະດວກ ເມື່ອອະໄວຍະວະຕ່າງໆ ບໍ່ໄດ້ຮັບເລືອດ ຈະເຮັດໃຫ້ເຊວຕ່າງໆໃນຮ່າງກາຍເຮັດວຽກຜິດປົກກະຕິ ແລະເຊວຜິວໜັງ, ຮູຂຸມຂົນບໍ່ແຂງແຮງ ເຮັດໃຫ້ຜົມຫຼົ່ນໄດ້ງ່າຍ

ຜົມຫຼົ່ນເປັນບັນຫາທີ່ໃຜຫຼາຍໆຄົນອຸກໃຈ ແຕ່ຖ້າຫາກກິນອາຫານທີ່ມີປະໂຫຍດ ໂດຍສະເພາະໄຂມັນດີເຊັ່ນ ປາທະເລນໍ້າເລິກ, ນໍ້າມັນໝາກກອກ, ໂປຣຕີນຕ່າງໆ, ຜັກສີຂຽວ ແລະທັນຍາພືດຕ່າງໆ, ອອກກຳລັງກາຍສະໝໍ່າສະເໝີ ແລະພັກຜ່ອນໃຫ້ພຽງພໍ ບໍ່ດັດ, ຢືດ, ຍ້ອມຕະຫຼອດ ເທົ່ານີ້ເສັ້ນຜົມກໍຈະແຂງແຮງ ບໍ່ຫຼົ່ນໄດ້ງ່າຍ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...