Homeຂ່າວຕ່າງປະເທດພາຍຸທໍນາໂດ ຖະຫຼົ່ມພາກໃຕ້ຂອງສະຫະລັດ ເສຍຊີວິດແລ້ວ​ 18 ຄົນ

ພາຍຸທໍນາໂດ ຖະຫຼົ່ມພາກໃຕ້ຂອງສະຫະລັດ ເສຍຊີວິດແລ້ວ​ 18 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 23 ມັງກອນ 2017 ຜ່ານມາວ່າ ພາຍຸທໍນາໂດ ໄດ້ພັດຖະຫຼົ່ມທາງພາກຕາເວັນອອກສ່ຽງໃຕ້ຂອງສະຫະລັດ ເສຍຊີວິດແລ້ວ 18 ຄົນ ເຊິ່ງມີຊາວເມືອງໃນລັດຈໍເຈຍ 14 ຄົນ ແລະລັດມິສຊິສຊິບປີ 4 ຄົນ ແລະບາດເຈັບອີກ 20 ຄົນ ເຊິ່ງກະແສລົມຮຸນແຮງສ້າງຄວາມເສຍຫາຍໃຫ້ກັບເຮືອນປະຊາຊົນ ແລະ ພັດຕົ້ນໄມ້, ເສົາໄຟຟ້າລົ້ມຫຼາຍຕົ້ນ, ຖະໜົນຫຼາຍສາຍຖືກຕັດຂາດ

ທ່ານ ນາທານ ດີນ ຜູ້ວ່າການລັດຈໍຣ໌ເຈຍ ປະກາດພາວະສຸກເສີນໃນ 7 ເຂດບໍລິເວນພາກກາງຕອນໃຕ້ຂອງລັດ ທີ່ໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ ຈາກສະພາບອາກາດທີ່ປັ່ນປ່ວນ ແລະກໍ່ໃຫ້ເກີດພາຍຸທໍນາໂດຖະຫຼົ່ມ

ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດສະຫະລັດ ອອກມາປະກາດເຕືອນໄພຄວາມສ່ຽງສູງ ບໍລິເວນພາກໃຕ້ຂອງລັດຈໍຣ໌ເຈຍ ພາກເໜືອ ແລະພາກກາງຂອງລັດຟໍລິດ້າ ແລະທັງໝົດຂອງລັດແອລະບາມາ ເຊິ່ງຖືວ່າເປັນການເຕືອນໄພລະວັງທໍນາໂດຄັ້ງຮຸນແຮງ ນັບຕັ້ງແຕ່ປີ 2014

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...