Homeຂ່າວເຫດການເປີດເທດສະການ ຮູບເງົາຍີ່ປຸ່ນ ຄັ້ງທຳອິດໃນລາວ

ເປີດເທດສະການ ຮູບເງົາຍີ່ປຸ່ນ ຄັ້ງທຳອິດໃນລາວ

Published on

ສະຖານທູດ​ຍີ່ປຸ່ນ ປະຈຳ​ລາວ ​ໄດ້​ຈັດ​ງານ ​ເທດສະການ​ຮູບ​ເງົາຍີ່ປຸ່ນ ຄັ້ງ​ທຳ​ອິດ ​ໃນ ສປປ ລາວ ​ໂດຍໄດ້​ນຳ​ເອົາ​ຮູບ​ເງົາ ​ທີ່ມີ​ສາລະ, ​ໃຫ້​ຄວາມ​ຮູ້, ຄວາມ​ມ່ວນຊື່ນ ມາ​ສາຍຢູ່ ສູນ​ການ​ຄ້າ​ໄອ​ເຕັກ​ມໍ ຊັ້ນ 8 ນະຄອນຫລວງ​ວຽງ​ຈັນ ​ເຊິ່ງ​ໄດ້​ສາຍ​ໄປ​ ຈຳນວນ​ໜຶ່ງ​ແລ້ວ ​ໃນ​ວັນ​ທີ 20-22 ​ແລະ ຈະ​ສາຍ​ຕໍ່​ອີກ ​ໃນ​ວັນ​ທີ 28-29 ມັງກອນ 2017.

ພິທີ​ເປີດ​ງານ​ ເທດສະການດັ່ງກ່າວ​ ໄດ້ຈັດ​ຂຶ້ນ ໃນ​ວັນ​ທີ 20 ມັງກອນ ​ຜ່ານ​ມາ​ນີ້ ​ໂດຍ​ມີ​ທ່ານ ສະຫວັນ​ຄອນ ລາຊະ​ມຸນ​ຕີ ຮອງ​ລັດຖະມົນຕີ​ ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ທ່ານ ສັນຕິ​ສຸກ ສິມ​ມາ​ລະ​ວົງ ຮອງ​ລັດຖະມົນຕີ ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ພ້ອມ​ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມ.
​ໂອກາດ​ດັ່ງກ່າວ, ທ່ານ ຮິ​ກິ​ຮາຣະ  ​ເອກ​ອັກຄະຣາຊະ​ທູດ ຍີ່ປຸ່ນ ​ປະຈຳ​ລາວ ກ່າວ​ວ່າ: ການຈັດ​ງານ​​ເທດສະການ ​ຮູບ​ເງົາຍີ່ປຸ່ນ ຄັ້ງ​ນີ້, ​ເປັນ​ການ​ເຜີຍ​ແຜ່​ ວັດທະນະທໍາ, ວິຖີ​ດຳລົງ​ຊີວິດ ​ຂອງ​ປະຊາຊົນ ຍີ່ປຸ່ນ ທັງ​ເປັນ​ການ​ຮັດ​ແໜ້ນ​ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ອັນ​ດີທີ່​ມີ​ມາ ​ແຕ່​ດົນ​ນານ ລະຫວ່າງ​ ປະຊາຊົນ​ສອງ​ປະ​ເທດ ລາວ-ຍີ່ປຸ່ນ ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແໜ້ນ​ແຟ້ນ ​ຍິ່ງໆ​ຂຶ້ນ. ຮູບ​ເງົາ​ທີ່​ນຳ​ມາ​ສາຍ​ຄັ້ງ​ນີ້, ມີ​ຮູບ​ເງົາ​ເລື່ອງ ​ກວນ​ໝາກ​ຖົ່ວ​ແດງ, ​ເປັນ​ຜົນງານ​ ຂອງ​ທ່ານ​ຜູ້​ກຳກັບ ນາ​ໂອ​ມິ ຄະ​ວາ​ເຊະ, ​ຮູບ​ເງົາ ເລື່ອງສິ່ງ​ທີ່​ງົດ​ງາມ​ທັງ​ເກົ້າ ​ເຊິ່ງ​ເປັນ​ເລື່ອງ​ທີ່​ມີ​ ຕົວ​ລະຄອນ​ເອກ​ເປັນ​ນັກ​ຫລິ້ນ​ກິລາ ສະ​ເກັດ​ນ້ຳ​ແຂງ ຊື່ວ່າ​ຮາ​ຢູ ທີ່​ກຳລັງ​ໂດ່​ງດັງ​ລະດັບ​ໂລກ ​ໃນ​ປັດຈຸບັນ ​ແລະ ​ເລື່ອງ​ອື່ນໆ ​ທີ່​ມີ​ຄວາມ​ມ່ວນ​ຊື່ນ, ​ໃຫ້​ສາລະ​, ຄວາມ​ຮູ້, ຄວາມ​ບັນ​ເທິງ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...