Homeຂ່າວເຫດການທົ່ວປະເທດປັກດຳນາແຊງສຳເລັດແລ້ວ ຫຼາຍກວ່າ 30 ພັນເຮັກຕາ

ທົ່ວປະເທດປັກດຳນາແຊງສຳເລັດແລ້ວ ຫຼາຍກວ່າ 30 ພັນເຮັກຕາ

Published on

ກົມປູກຝັ່ງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ການຜະລິດເຂົ້ານາແຊງຂອງກະສິກອນທ້ອງຖິ່ນຕ່າງໆ ໃນລະດູແລ້ງນີ້ ນັບວ່າເປັນຂະບວນຟົດຟື້ນດີ, ຊຶ່ງມາຮອດປັດຈຸບັນທົ່ວປະເທດສາມາດປັກດຳສຳເລັດແລ້ວຫຼາຍກວ່າ 30 ພັນຮັກຕາ, ເທົ່າກັບ 34% ຂອງເນື່ອທີ່ແຜນການ 95 ພັນເຮັກຕາ, ພົ້ນເດັ່ນກວ່າໝູ່ແມ່ນບັນດາແຂວງພາກກາງສາມາດປັກດຳເປັນສ່ວນໃຫຍ່ແລ້ວ, ສ່ວນຂະແໜງກະສິກຳກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນ
ລົງຊຸກຍູ້ສົ່ງເສີມການຫັນມານຳໃຊ້ເຕັກນິກວິທະຍາການ ເຂົ້າໃນການຜະລິດໃຫ້ຫຼາຍຂຶ້ນ, ເພື່ອແນ່ໃສ່ຍົກສະມັດຕະພາບການຜະລິດ ໃຫ້ໄດ້ຕາມຄາດໝາຍແຜນການວາງໄວ້. ຄຽງຄູ່ກັບການປັກດຳແລ້ວຫຼາຍທ້ອງຖິ່ນກໍໄດ້ເລີ່ມລົງມືປູກພືດລະດູແລ້ງຢ່າງເປັນຂະບວນກວ້າງຂວາງ, ໂດຍການປູກພືດໄລຍະສັ້ນ, ປູກໄດ້ຫຼາຍຮອບວຽນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນໄດ້ພຽງພໍ ແລະ ປັດຈຸບັນຂະແໜງການກ່ຽວຂ້ອງ ໄດ້ລົງປົວແປງລະບົບຊົນລະປະທານ ໃຫ້ຮັບປະກັນແກ່ການສະໜອງນ້ຳ ຮັບໃຊ້ການຜະລິດລະດູແລ້ງປີນີ້ໄດ້ພຽງພໍ

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...