Homeຂ່າວທ້ອງຖິ່ນສສຂ ນະຄອນຫລວງສະເໜີຂະແໜງກ່ຽວຂ້ອງກວດກາທຸລະກິດບັນເທິງເຂັ້ມງວດ

ສສຂ ນະຄອນຫລວງສະເໜີຂະແໜງກ່ຽວຂ້ອງກວດກາທຸລະກິດບັນເທິງເຂັ້ມງວດ

Published on

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ (ສສ ຂ) ທີ່ສໍາເລັດລົງເມື່ອບໍ່ດົນມານີ້, ຊຶ່ງມີຫລາຍບັນຫາທີ່ ສສຂ ໄດ້ສະເໜີໃຫ້ຂະແໜງການກ່ຽວ ຂ້ອງເພີ່ມທະວີຄວາມເອົາໃຈໃສ່ຄຸ້ມຄອງກວດກາ ແລະ ແກ້ໄຂໃຫ້ຖືກຕ້ອງຕາມລະບຽບຫລັກການ, ໂດຍສະເພາະແມ່ນບັນຫາຮ້ານອາຫານ ແລະ ຮ້ານບັນເທິງຕ່າງໆເຫັນວ່າມີຫລາຍແຫ່ງເຄື່ອນໄຫວບໍ່ສອດຄ່ອງຕາມລະບຽບການ ແລະ ຂັດຕໍ່ປະເພນີວັດທະນາທໍາ, ຂະນະທີ່ບໍ່ເທົ່າໃດວັນມານີ້, ໄດ້ມີກະແສວິພາກວິຈານໃນສື່ສັງຄົມອອນລາຍຢ່າງຫລວງຫລາຍໃນກໍລະນີທີ່ໂຮງແຮມແຫ່ງໜຶ່ງເຂດບ້ານຄໍາຮຸ່ງ, ເມືອງໄຊທານີມີການປະກາດຜ່ານເຟສບຸກເພື່ອຮັບພະນັກງານເພດຊາຍ, ໂດຍລະບຸເປັນຜູ້ມີໜ້າຕາດີ, ຮູບຮ່າງງາມ ເພື່ອມາຮັບໃຊ້ບໍລິການແຂກເພດຍິງຜູ້ທີ່ຫງ່ວມເຫງົາ, ຊຶ່ງໄດ້ເຮັດໃຫ້ມີກະແສວິຈານຈາກສັງຄົມຢ່າງກວ້າງຂວາງ.

ສສຂ ນະຄອນຫລວງຕີລາຄາວ່າ: ໄລຍະຜ່ານມາເຫັນວ່າມີຮ້ານກິນດື່ມ, ຮ້ານບັນເທີງ, ໂຮງ ແຮມ,ພັດຕະຄານ, ຮ້ານຄາລາໂອເກະເກີດຂຶ້ນຢ່າງຫລວງຫລາຍໃນນະຄອນຫລວງວຽງຈັນ, ໃນນີ້ມີຫລາຍແຫ່ງດຳເນີນບໍ່ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ, ເຮັດມີຜົນກະທົບຕໍ່ສັງຄົມ ແລະ ປະຊາຊົນໂດຍກົງ, ເຊິ່ງສະແດງອອກໃຫ້ເຫັນຄືມີຄຳສະເໜີ, ຄຳຮ້ອງຂໍທຸກຈາກປະຊາຊົນຕໍ່ສະພາປະຊາຊົນນະຄອນຫລວງວຽງຈັນຫລາຍພໍສົມຄວນ. ນອກນີ້ຍັງມີບາງຫົວໜ່ວຍທຸລະກິດທີ່ໄດ້ຮັບອະນຸຍາດຖືກຕ້ອງແຕ່ບໍ່ປະຕິບັດຕາມລະບຽບການຂອງຂະແໜງວັດທະນະທຳເຊັ່ນ: ເປີດໃຫ້ບໍລິການເກີນກຳນົດເວລາ, ສົ່ງສຽງດັງລົບກວນປະຊາຊົນຢູ່ໃກ້ຄຽງ,ນອກຈາກນີ້ການສ້າງ ຕັ້ງຮ້ານກິນດື່ມ, ຮ້ານບັນເທີງ, ໂຮງແຮມ, ພັດຕະຄານ, ຫ້ອງຄາລາໂອເກະຍັງບໍ່ຖືກຕ້ອງ,ບໍ່ມີລະບົບເກັບສຽງເຮັດໃຫ້ສົ່ງສຽງດັງອອກຂ້າງນອກ ແລະ ສ້າງຕັ້ງຂຶ້ນໂດຍບໍ່ໄດ້ຮັບອະນຸຍາດຖືກຕ້ອງ, ບໍ່ມີບ່ອນຈອດລົດ, ຮ້ານບັນເທີງ-ຄາລາໂອເກະຫລາຍແຫ່ງຍັງເປັນແຫລ່ງມົ້ວສຸມຢາເສບຕິດ, ຄ້າປະເວນີ ເປັນຕົ້ນ: ຄາລາໂອເກະຊັງຈຽງ, ຮ້ານບັນເທີງ-ຄາລາໂອເກະແມ່ຂອງຢູ່ເມືອງສີໂຄດຕະບອງ, ຮ້ານຄາລາໂອເກະມາໄລວັນຢູ່ເມືອງໄຊເສດຖາ, ຂະນະດຽວກັນກໍເຫັນວ່າຜູ້ທີ່ເຂົ້າໃຊ້ບໍລິການສ່ວນຫລາຍແມ່ນຊາວໜຸ່ມທີ່ມີອາຍຸບໍ່ຮອດ 18 ປີ, ສະນັ້ນເພື່ອຮັບປະ ກັນການເຄື່ອນໄຫວຂອງຫົວໜ່ວຍທຸລະກິດປະເພດດັ່ງກ່າວຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂໍໃຫ້ຂະແໜງການກ່ຽວຂ້ອງເພີ່ມທະວີຄວາມເປັນເຈົ້າການກວດກາ ແລະ ຄຸ້ມຄອງຫົວໜ່ວຍທຸລະກິດດັ່ງກ່າວໃຫ້ເຂັ້ມງວດກວ່າເກົ່າ.

 

ແຫລ່ງຂ່າວຈາກ: http://laophatthananews.blogspot.com/2017/01/blog-post_24.html?spref=fb

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...