spot_img
Homeຂ່າວພາຍ​ໃນລັດ ປະກາດກໍານົດ ລົດປະຈໍາຕໍາແໜ່ງ ການນໍາລະດັບສູງຄືນໃໝ່

ລັດ ປະກາດກໍານົດ ລົດປະຈໍາຕໍາແໜ່ງ ການນໍາລະດັບສູງຄືນໃໝ່

Published on

ຂປລ. ລັດຖະບານ​ປະກອບ ​ແລະ ຄຸ້ມ​ຄອງ​ລົດ​ປະ​ຈໍາ​ຕໍາ​ແໜ່ງ​ ພະນັກງານ​ການ​ນໍາ​ ລະດັບ​ສູງ​ຄືນ​ໃໝ່​ ເພື່ອ​​ຜັນ​ຂະຫຍາຍ ​ການຈັດ​ຕັ້ງ​ປະຕິບັດ ການ​ປະ​ຢັດ ​ແລະ ຕ້ານ​ການ​ຟຸ່ມ​ເຟືອຍ​ ຂອງ​ລັດຖະບານ ໃຫ້​ມີ​ປະສິດທິ​ຜົນ​ຕົວ​ຈິງ ​ແລະ ຍຶນຍົງ​ ດັ່ງ​ນັ້ນ ລັດຖະບານ ຈຶ່ງ​ໄດ້​ອອກດໍາ​ລັດ ​ເລກທີ 15/ນຍ ລົງ​ວັນ​ທີ 5 ມັງກອນ 2017 ວ່າ​ດ້ວຍ​ການ​ປະກອບ ​ແລະ ຄຸ້ມ​ຄອງ​ລົດ​ປະ​ຈໍາ​ຕໍາ​ແໜ່​ງ ພະນັກງານ​ການ​ນໍາ​ລະດັບ​ສູງ ເພື່ອ​ເປັນ​ບ່ອນ​ອີງ ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ ວຽກ​ງານ​ດັ່ງກ່າວ​ ໃຫ້​ແກ່​ອົງການ​ຈັດ​ຕັ້ງ ​ພັກ-ລັດ, ​ແນວ​ລາວ​ສ້າງ​ຊາດ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ ຂັ້ນ​ສູນ​ກາງ​ໃຫ້​ມີ​ ຄວາມ​ເປັນ​ເອກະ​ພາບ ​ແລະ ລວມສູນ, ອໍານວຍ​ຄວາມ​ສະດວກ ​ແລະ ສ້າງ​ເງື່ອນ​ໄຂ ​ໃຫ້​ພະນັກງານ​ການ​ນໍາ​ລະດັບ​ສູງ​​ ໃຫ້ເຮັດ​ສໍາ​ເລັດ​ໜ້າ​ທີ່​ວຽກ​ງານ ​ພັກ-ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້ ​ແນ​ໃສ່​ປະຕິບັດ​ນະ​ໂຍບາຍ ​ປະຢັດ​ແຫ່ງ​ຊາດ ​ໃຫ້​ສອດຄ່ອງ​ກັບ ​ສະພາບ​ຄວາມ​ເປັນ​ຈິງ​ ທາງ​ດ້ານ​ເສດຖະກິດ-ສັງຄົມ ​ຂອງ​ປະ​ເທດ​ເຮົາ.

ທ່ານ ຈະ​ເລີ​ນ ​ເຢຍປາວ​ເຮີ ລັດຖະມົນຕີ​ປະ​ຈໍາ ​ສໍານັກງານ​ນາຍົກ ລັດຖະມົນຕີ, ​ໂຄສົກ​ລັດຖະບານ ​ໄດ້​ຖະ​ແຫລ​ງຂ່າວ ​ຕໍ່​ສື່​ມວນ​ຊົນ​ ໃນ​ວັນ​ທີ 23 ມັງກອນ 2017 ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ​ວ່າ: ດໍາລັດ​ສະບັບ​ເລກທີ 15/ນຍ ລົງ​ວັນ​ທີ 5 ມັງກອນ 2017 ປະກອບ​ມີ IV ໝວດ ​ແລະ ຄຸ້ມ​ຄອງ​ລົດ​ປະ​ຈໍາ​ຕໍາ​ແໜ່​ງ ພະນັກງານ​ການ​ນໍາ​ລະດັບ​ສູງ ​ນັບ​ແຕ່​ປະ​ເພດ I ຮອດ​ປະ​ເພດ IV ປະກອບ​ມີ ຕໍາ​ແໜ່​ງປົກຄອງ​ປະ​ເພດ I ​ແມ່ນ​ໃຫ້​ປະກອບ​ລົດ​ ປະ​ຈໍາ​ຕໍາ​ແໜ່​ງ 3 ຄັນ: ຄື: ປະ​ເພດ​ລົດ​ເກັງ 1 ຄັນ ຄວາມ​ແຮງ​ບໍ່​ເກີນ 3.500 ຊີ​ຊີ, ລົດ​ສໍາຮອງ​ປະ​ເພດ​ລົດ​ຈິບ 1 ຄັນ, ຄວາມ​ແຮງ​ບໍ່​ເກີນ 4.500 ຊີ​ຊີ, ລົດ​ກະບະ 4 ປະຕູ 1 ຄັນ, ຄວາມ​ແຮງ​ບໍ່​ເກີນ 3.500 ຊີ​ຊີ, ປະກອບ​ນ້ຳມັນ 500 ລິດ/​ເດືອນ; ການ​ນໍາ​ລະດັບ​ສູງ​ປະ​ເພດ II ​ໃຫ້​ປະກອບ​ລົດ​ປະ​ຈໍາ​ຕໍາ​ແໜ່​ງ 2 ຄັນຄື: ປະ​ເພດ​ລົດ​ເກັງ 1 ຄັນ, ຄວາມ​ແຮງ​ບໍ່​ເກີນ 3000 ຊີ​ຊີ, ປະ​ເພດ​ລົດ​ຈິບ 1 ຄັນ,  ປະກອບ​ນໍ້າມັນ​ທັງ​ໝົດ 350 ລິດ/​ເດືອນ; ການ​ນໍາ​ລະດັບ​ສູງ​ປະ​ເພດ III ​ໃຫ້​ປະກອບ​ລົດ​ ປະ​ຈໍາ​ຕໍາ​ແໜ່​ງ ຈໍານວນ 2 ຄັນ, ລົດ​ເກັງ 1 ຄັນ, ຄວາມ​ແຮງ​ບໍ່​ເກີນ 2.500 ຊີ​ຊີ, ລົດ​ກະບະ 1 ຄັນ ຄວາມ​ແຮງ​ບໍ່​ເກີນ 2.500 ຊີ​ຊີ, ປະກອບ​ນ້ຳມັນ​ທັງ​ໝົດ 300 ລິດ/​ເດືອນ; ການ​ນໍາ​ລະດັບ​ສູງ​ປະ​ເພດ IV ໃຫ້​ປະກອບ​ລົດ​ ປະ​ຈໍາ​ຕໍາ​ແໜ່​ງຈໍານວນ 1 ຄັນ, ລົດ​ເກັງ 1 ຄັນ ຄວາມ​ແຮງ​ບໍ່​ເກີນ 2.000 ຊີ​ຊີ, ປະກອບ​ນໍ້າມັນ 200 ລິດ/​ເດືອນ.

ທ່ານ ຈະ​ເລີ​ນ ​ເຢຍປາວ​ເຮີ ຍັງ​ກ່າວ​ຕື່ມ​ອີກ​ວ່າ: ​ດໍາລັດ​ດັ່ງກ່າວ ​ຍັງ​ໄດ້​ເຫັນ​ດີ​​ໃຫ້​ຖອນ​ລົດ​ຄືນ ​ລົດ​ປະ​ຈໍາ​ຕໍາ​ແໜ່​ງ ຂອງ​ພະນັກງານ ​ການ​ນໍາ​ຂັ້ນ​ສູງ ​ແລະ ລົດ​ຮັບ​ແຂກ​ຢູ່​ຂັ້ນ​ສູນ​ກາງ, ນະຄອນຫລວງ ​ແລະ ບັນດາ​ແຂວງ​ ທີ່​ເປັນ​ປະ​ເພດ​ລົດ BMW ​ແລະ ລົດ​ປະ​ເພດ​ອື່ນໆ ທີ່​ບໍ່​ເໝາະ​ສົມ​ກັບ​ ຕໍາ​ແໜ່​ງການ​ນໍາ​ລະດັບ​ສູງ, ການ​ປະກາດ​ດໍາລັດ ​ສະບັບ​ເລກທີ 15/ນຍ​ ແມ່ນ​ການຈັດ​ຕັ້ງ​ ປະຕິບັດ​ສິດ ​ແລະ ໜ້າ​ທີ່​ ຂອງ​ນາຍົກລັດຖະມົນຕີ ທີ່​ໄດ້​ລະບຸ​ໄວ້ ​ໃນ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ ​ສະບັບ​ປັບປຸງ​ເລກທີ 69/ສພຊ ລົງ​ວັນ​ທີ 15 ທັນວາ 2015, ​ແມ່ນ​ການ​ຜັນ​ຂະຫຍາຍ ​ກົດໝາຍ​ວ່າ​ດ້ວຍ ​ງົບປະມານ​ແຫ່ງ​ລັດ ​ສະບັບ​ປັບປຸງ​ເລກທີ 71/ສພຊ ລົງ​ວັນ​ທີ 16 ທັນວາ 2015  ​ແລະ ກົດໝາຍວ່າ​ດ້ວຍ​ ພະນັກງານ-ລັດຖະກອນ ​ສະບັບ​ເລກທີ 74/ສພຊ ລົງ​ວັນ​ທີ 18 ທັນວາ 2015 ພ້ອມ​ກັນ​ນີ້ ກໍ​ແມ່ນ​ການຈັດ​ຕັ້ງ​ ປະຕິບັດ​ມະຕິ​ຕົກລົງ ​ຂອງ​ກອງ​ປະຊຸມ​ ລັດຖະບານ​ເປີດ​ກ້ວາງ ​ສະບັບ​ເລກທີ 12/ລບ ລົງ​ວັນ​ທີ 20 ທັນວາ 2016 ການ​ປະກາດ​ໃຊ້ ​ດໍາລັດ​ສະບັບ​ດັ່ງກ່າວ ​ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສໍາຄັນ ​ກ່ຽວ​ກັບ​ການຈັດ​ຕັ້ງ​ ປະຕິບັດ​ນະ​ໂຍບາຍ ​ປະຢັດ ​ແລະ ຕ້ານ​ການ​ຟຸມ​ເຟືອຍ​ ຂອງ​ພັກ-ລັດ ທີ່​ໄດ້​ຫັນ​ດໍາລັດ ​ຂອງ​ລັດຖະບານ​ເຮົາ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...