Homeຂ່າວຕ່າງປະເທດຊາອຸດິອາຣະເບຍ ຕັ້ງເປົ້າສ້າງແຫຼ່ງພະລັງງານສະອາດ

ຊາອຸດິອາຣະເບຍ ຕັ້ງເປົ້າສ້າງແຫຼ່ງພະລັງງານສະອາດ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 23 ມັງກອນ 2017 ຜ່ານມາວ່າ ຊາອຸດິອາຣະເບຍ ຕັ້ງເປົ້າໝາຍໃໝ່ກຽມເປັນປະເທດສີຂຽວ ດ້ວຍເງິນລົງທຶນມູນຄ່າຫຼາຍໝື່ນລ້ານດອນລາສະຫະລັດ ເພື່ອສ້າງແຫຼ່ງພະລັງງານສະອາດໃນປະເທດ, ເນື່ອງຈາກປັດຈຸບັນຊາອຸດິອາຣະເບຍ ມີການໃຊ້ພະລັງງານສະອາດພຽງແຕ່ 1% ເທົ່ານັ້ນ ເພາະປະເທດນີ້ເພິ່ງພາພະລັງງານ ແລະເສດຖະກິດນໍ້າມັນເປັນຫຼັກ

Khalid Al-Falih ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ເວົ້າວ່າ ຢູ່ນະຄອນຫຼວງຣິຍາດ ທາງລັດຖະບານຕັ້ງເປົ້າໝາຍວ່າຈະລົງທຶນງົບປະມານມູນຄ່າ 30-50 ພັນລ້ານດອນລາສະຫະລັດ ເພື່ອສ້າງລະບົບພະລັງງານສະອາດ ພາຍໃນປີ 2032 ນີ້

ນອກຈາກນັ້ນ ໃນລະຫວ່າງການປະຊຸມສຸດຍອດພະລັງງານໂລກທີ່ອາບູ ດາບີ ໃນອາທິດຜ່ານມາ Falih ບອກວ່າເຂົາຄາດຫວັງຈະພັດທະນາລະບົບພະລັງງານແສງອາທິດ ຢູ່ຊາອຸດິອາຣະເບຍໃຫ້ເຫຼືອເຟືອການໃຊ້, ຕິດຕັ້ງກັງຫັນຂະໜາດໃຫຍ່ ເພື່ອເກັບພະລັງງານລົມ, ນອກຈາກນັ້ນຍັງມີແຜນທີ່ຈະຕິດຕັ້ງໂຮງໄຟຟ້ານິວເຄຣຍອີກ 2 ໂຮງ ແລະຊອກຫາແຫຼ່ງພະລັງງານອື່ນໆອີກ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...