spot_img
Homeຂ່າວຕ່າງປະເທດບໍລິສັດກໍ່ສ້າງຈີນ ແຈກເງິນໂບນັສໃຫ້ກຳມະກອນຫຼາຍກວ່າ 12​ ລ້ານຢວນ

ບໍລິສັດກໍ່ສ້າງຈີນ ແຈກເງິນໂບນັສໃຫ້ກຳມະກອນຫຼາຍກວ່າ 12​ ລ້ານຢວນ

Published on

ເວັບໄຊຊານສິນ ເດລີ່ຂອງປະເທດຈີນ ລາຍງານເມື່ອວັນທີ 18 ມັງກອນ 2017 ຜ່ານມາວ່າ ຢູ່ບໍລິສັດກໍ່ສ້າງແຫ່ງໜຶ່ງ ຢູ່ເມືອງຊີອານ ມົນທົນສ່ານຊີ ໄດ້ມີການແຈກເງິນເດືອນ ແລະໂບນັສໃຫ້ກຳມະກອນ 300 ຄົນ ເປັນເງິນທັງໝົດ 12 ລ້ານຢວນ ເຊິ່ງມີເຈົ້າໜ້າທີ່ຈາກທະນາຄານໃຫ້ເປັນຄົນຈັດການດູແລເລື່ອງຈ່າຍເງິນໃຫ້

ຫຼີ່ ເຈີ໋ກົ່ວ ກຳມະກອນຄົນເສສວນ ທີ່ເດີນທາງມາເຮັດວຽກຢູ່ເມືອງຊີອານດົນເຖິງ 6 ປີ ໄດ້ເງິນເດືອນ ແລະເງິນໂບນັສ ກັບບ້ານຫຼາຍກວ່າ 60 ພັນຢວນ ເຊິ່ງລາວບອກວ່າ ລາວມີຄວາມສຸກຫຼາຍ ເພາະປີນີ້ລູກສາວຮຽນຈົບປະລິນຍາໂທ ແລະກຳລັງຈະແຕ່ງງານໃນໄວໆນີ້ ເຊິ່ງລາວຈະໃຊ້ເງິນນີ້ໄປຈັດງານແຕ່ງງານໃຫ້ລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...