Homeຂ່າວເຫດການກະຊວງປ້ອງກັນປະເທດ ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ

ກະຊວງປ້ອງກັນປະເທດ ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ

Published on

ກະຊວງ​ປ້ອງ​ກັນ​ປະເທດ ຈັດງານ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ ຄົບຮອບ 68 ປີ (20/1/1949-20/1/2017) ໃນ​ວັນ​ທີ 20 ມັງກອນ 2017 ຜ່ານມານີ້ທີ່​ກະຊວງ​ປ້ອງ​ກັນ​ປະເທດ ໃຫ້​ກຽດ​ເຂົ້າ​ຮ່ວມ​ມີ​ທ່ານ ພົນ​ໂທ ຈັນ​ສະໝອນ ຈັນ​ຍາ​ລາດ ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍ​ບັນດາ​ຄະນະ​ພັກ-ຄະນະ​ນຳ​ກະຊວງ ກົມ​ກອງ​ອ້ອມຂ້າງ.

ທ່ານ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະເທດ ໄດ້​ກ່າວ​ວ່າ: ກ່ອນ​ໜ້າ​ນີ້ 68 ປີ ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ພາລະກິດ​ຕໍ່ສູ້​ກູ້​ເອົາ​ປະເທດ ອອກ​ຈາກ​ການ​ຮຸກ​ຮານ ຢຶດ​ຄອງຂອງ​ພວກ​ຈັກກະພັດ ແລະລູກແຫຼ່ງ​ຕີນ​ມື​ພວກ​ຂາຍ​ຊາດ ກອງລາດ​ຊະ​ວົງ ໄດ້​ຖືກ​ກໍ່​ຕັ້ງ​ຂຶ້ນ​ຢູ່​ທີ່ຕາແສງ​ລາວ​ຮຸ່ງ ເມືອງ​ຊຽງ​ຄໍ້ ແຂວງ​ຫົວພັນ ໂດຍ​ແມ່ນ​ປະທານ ໄກສອນ ພົມວິຫານ ຜູ້ນຳ​ແສນເຄົາລົບ​ຮັກ ເປັນ​ຜູ້​ຊີ້​ນຳ-ນຳພາໂດຍ​ກົງ​ນັ້ນ ໄດ້​ກາຍເປັນ​ວັນ​ແຫ່ງການ​ເຕົ້າໂຮມ ​ບັນດາ​ກອງ​ກຳລັງປະກອບ​ອາວຸດ​ທີ່​ໄດ້​ສ້າງຕັ້ງ​ຂຶ້ນ ​ຢູ່ໃນ​ບໍລິເວນ​ຕ່າງໆ​ໃນ​ທົ່ວ​ປະເທດ ໃຫ້​ເຂົ້າ​ເປັນ​ກອງທັບ​ລາວ​ອິດ​ສະຫຼະ ມັນ​ໄດ້​ເປັນ​ຂີດ​ໃໝ່​ທີ່​ຢັ້ງຢືນ ເຖິງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວຂອງ​ກຳລັງ​ປະກອບ​ອາວຸດ​ຂອງພວກ​ເຮົາ ພາຍຫຼັງ​ການ​ຕໍ່ສູ້​ກັບພວກ​ສັດຕູ​ທັງ​ລະບອບ​ເກົ່າ ແລະ ໃໝ່ເປັນ​ເວລາ​ດົນ​ນານຂອງກອງທັບ​ປະຊາຊົນ​ລາວ ແລະ ປະຊາ​ຊົນ​ລາວ​ບັນດາເຜົ່າ ມາ​ຮອດວັນ​ທີ 2 ທັນວາ 1975 ລາວ​ເຮົາໄດ້​ຮັບ​ການ​ສະຖາປະນາ​ຢ່າງ​ສະຫງ່າ​ງາມ ພາຍຫຼັງ​ການ​ປົດ​ປ່ອຍໂດຍ​ກຳ​ແໜ້ນ 2 ໜ້າທີ່​ຍຸດ​ທະສາດ​ຂອງ​ພັກ​ກອງທັບ​ປະຊາຊົນລາວ ໄດ້​ເສີມ​ຂະຫຍາຍ​ທາດ​ແທ້ ແລະ ມູນເຊື້ອ​ຂອງ​ຕົນ ອອກແຮງປັບປຸງ​ກຳລັງ​ປ້ອງ​ກັນ​ຊາດປ້ອງກັນ​ຄວາມ​ສະຫງົບ​ຮອບດ້ານ ຍາມ​ໃດ​ກໍ່​ເຊີດ​ຊູ​ສະຕິ​ລະວັງ​ຕົວເຝິກແອບ​ຮ່ຳຮຽນ ກຽມພ້ອມ​ສູ້ຮົບເປັນ​ກຳລັງ​ຫຼັກ​ແຫຼ່ງ​ສະກັດກັ້ນ ແລະທັບ​ມ້າງ​ທຸກ​ກົນອຸບາຍຂອງ​ພວກ​ອິດ​ທິ​ກຳລັງ​ປໍ​ລະ​ປັກທີ່​ຫວັງ​ມ້າງເພ​ທຳລາຍທຸກ​ຮູບແບບຢ່າງ​ທັນ​ການ ດ້ວຍ​ນ້ຳໃຈພິລະ​ອາດ​ຫານ​ເດັດຂາດ​ມີ​ໄຊ ປົກ​ປັກ​ຮັກສາເອກະລາດ ອຳນາດ​ອະທິປະ​ໄຕ ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ໄດ້​ຢ່າງ​ໝັ້ນຄົງ.

ຄຽງ​ຄູ່​ກັນ​ນັ້ນ ກອງທັບ​ປະຊາ​ຊົນ​ລາວ ຍັງ​ໄດ້​ເອົາໃຈໃສ່ເສີມ​ຂະຫຍາຍ​ມູນເຊື້ອ​ສ້າງ​ສະຕິເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ສ້າງຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ດ້ວຍ​ການ​ຄຸດ​ຄົ້ນ​ທ່າແຮງ​ບົ່ມຊ້ອນຂອງ​ກົມ​ກອງ​ທັງ​ກຳລັງຫຼວງ ແລະທ້ອງຖິ່ນ ເຂົ້າ​ໃນ​ການປັບປຸງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ສ້າງ​ພາລາທິ​ການ​ກັບ​ທີ່ຍູ້​ແຮງ​ການ​ຜະລິດ ແລະຜະລິດ​ເປັນ​ສິນຄ້າ​ສ້າງລາຍ​ຮັບ​ໃຫ້​ກົມ​ກອງ ຍົກ​ສູງ​ຄຸ​ນະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ​ອ້າຍ-ນ້ອງ​ໃຫ້​ນັບ​ມື້​ດີ​ຂຶ້ນເປັນ​ກ້າວໆ ນອກຈາກ​ການ​ເອົາໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານວິຊາ​ສະເພາະ​ພາຍ​ໃນ​ແລ້ວ ກອງທັບ​ປະຊາຊົນ​ລາວ ຍັງ​ເປັນ​ເຈົ້າການ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການເສີມ​ຂະຫຍາຍ​ການ​ຮ່ວມ​ມື​ກັບພາກ​ພື້ນ ແລະສາກົນ.

ຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...