Homeຂ່າວຕ່າງປະເທດນັກຮົບກຸ່ມແບ່ງແຍກດິນແດນ ສອຍເຮືອບິນຮົບຂອງກອງທັບອູແກຣນຕົກອີກ!

ນັກຮົບກຸ່ມແບ່ງແຍກດິນແດນ ສອຍເຮືອບິນຮົບຂອງກອງທັບອູແກຣນຕົກອີກ!

Published on

ເຮືອບິນຮົບຂອງອູແກຣນຖືກຍິງຕົກອີກ ໃນວັນພະຫັດ 7 ສິງຫາ 2014 ໃນຂະນະທີ່ກຳລັງບິນຢູ່ໃນລະດັບຕ່ຳ

ເໜືອພາກຕາເວັນອອກທີ່ຝ່າຍແບ່ງແຍກດິນແດນຍຶດຄອງຢູ່ ເຮັດໃຫ້ສະຖານະການສູ້ຮົບຍິ່ງດຸເດືອດຂຶ້ນ

ອີກ.

 

ສຳນັກຂ່າວຂອງຕ່າງປະເທດລາຍງານວ່າ ເຮືອບິນລຳນີ້ຕົກລົງສູ່ທົ່ງຫຍ້າແຫ່ງໜຶ່ງ ຫຼັງຈາກເກີດເຫດລະ

ເບີດກາງອາກາດ, ເຖິງຢ່າງໃດກໍຕາມ ພົບເຫັນນັກບິນດີດໂຕ ແລະ ກາງຈ້ອງລົງໃນພື້ນທີ່ ເຊິ່ງຢູ່ຫ່າງຈາກ

ແຂວງໂດເນດ ຖານທີ່ໝັ້ນຂອງກຸ່ມແບ່ງແຍກດິນແດນປະມານ 40 ກິໂລແມັດ.

 

ລາຍງານຂ່າວລະບຸອີກວ່າ ຫຼັງຈາກຕົກລົງສູ່ພື້ນແລ້ວ ຊາກຂອງເຮືອບິນຍັງຄົງມີໄຟລຸກໄໝ້ຢູ່ ແລະ ມີກຸ່ມ

ຄວັນປຸ້ມລອຍຂຶ້ນສູ່ເທິງຟ້າ, ໃນນັ້ນ ເຫັນນັກຮົບຂອງຝ່າຍໂດເນດ 2 ຄົນ ຢືນຢູ່ໃກ້ໆກັບທົ່ງຫຍ້າຈຸດທີ່ເຮືອ

ບິນສູ້ຮົບລຳດັ່ງກ່າວຕົກ.

 

ກອງທັບຂອງອູແກຣນ ໄດ້ສູນເສຍເຮືອບິນໄປແລ້ວຫຼາຍລຳ ໃນຊ່ວງເວລາເກືອບ 4 ເດືອນ ແຫ່ງການສູ້ຮົບ

ກັບຝ່າຍແບ່ງແຍກດິນແດນ ຫຼື ສາທາລະນະລັດປະຊາຊົນໂດເນດ ໂດຍໃນວັນພະຫັດ (7 ກໍລະກົດ) ທີ່ຜ່ານ

ມາ ພວກເຂົາໄດ້ຖະແຫຼງຍົກເລີກການຢຸດຍິງ ໃນບໍລິເວນຈຸດຕົກຂອງ MH17 ຫຼັງຈາກທີມຄະນະສືບສວນ

ຂອງສາກົນ ຕັດສິນໃຈລະງັບພາລະກິດກວດສອບ ເນື່ອງຈາກສະພາບການສູ້ຮົບທີ່ມີຂຶ້ນຢ່າງຕໍ່ເນື່ອງ

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...