Homeຂ່າວຕ່າງປະເທດຍີ່ປຸ່ນເຕືອນ ຄົນມັກຖ່າຍຮູບຍົກ 2 ນິ້ວ ອາດຖືກໂຈນລັກລາຍນິ້ວມື

ຍີ່ປຸ່ນເຕືອນ ຄົນມັກຖ່າຍຮູບຍົກ 2 ນິ້ວ ອາດຖືກໂຈນລັກລາຍນິ້ວມື

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ມັງກອນ 2016ຜ່ານມານີ້ວ່າ ສະຖາບັນສາລະສົນເທດສາດແຫ່ງຊາດຍີ່ປຸ່ນ ໄດ້ອອກມາເຕືອນປະຊາຊົນ ທີ່ມັກຖ່າຍຮູບຍົກສອງນິ້ວ ໃຫ້ລະມັດລະວັງຕົວ ຫຼັງຈາກມີຜົນການວິໄຈ ຢືນຢັນວ່າ ການເຮັດແບບນັ້ນ ອາດສ່ຽງຖືກມິດສາຊີບລັກລາຍນິ້ວມືໄດ້

ທ່ານ ອິຊາໂອະ ເອຈິເຊັນ ນັກວິໄຈຈາກສະຖາບັນສາລະສົນເທດສາດແຫ່ງຊາດຍີ່ປຸ່ນ ເຜີຍວ່າ ຈາກການທົດສອບທີມນັກວິໄຈສາມາດ ບັນທຶກລາຍນິ້ວມື ຈາກພາບທີ່ຖ່າຍໃນໄລຍະໄກຮອດ 3 ແມັດໄດ້ ເຊິ່ງເປັນໄລຍະທີ່ໄກກວ່າຊ່ວງແຂນຂອງເຮົາ, ນອກຈາກນີ້ບໍ່ວ່າໃຜ ກໍສາມາດລອກແບບລາຍນິ້ວມືໄດ້ງ່າຍດາຍ ເຊິ່ງບໍ່ຈຳເປັນຕ້ອງມີອຸປະກອນລະດັບສູງ ພຽງແຕ່ມີພາບຖ່າຍ ແລະສະພາບແສງເອື້ອອຳນວຍ ໃຫ້ເຫັນລາຍນິ້ວມືໄດ້ຢ່າງຊັດເຈນເທົ່ານັ້ນ

ແນວໃດກໍຕາມ ເຖິງແມ່ນວ່າການວິໄຈດັ່ງກ່າວຈະເປັນຕາຢ້ານ ແຕ່ທາງສະຖາບັນສາລະສົນເທດສາດແຫ່ງຊາດຍີ່ປຸ່ນ ກໍໄດ້ເຜີຍຕໍ່ວ່າ ຂະນະນີ້ ໄດ້ມີການພັດທະນາຟີມໃສ ທີ່ມີໄທເທນຽມອອກໄຊ ສຳລັບຕິດນິ້ວມື ເພື່ອປ້ອງກັນພວກໂຈນລັກລາຍນິ້ວມືໄດ້ແລ້ວ ແຕ່ຍັງບໍ່ພ້ອມທີ່ຈະອອກວາງຂາຍເທື່ອ

ແຫຼ່ງຂ່າວ: http://news.mthai.com/world-news/543627.html

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...