Homeປ່ອງຢ້ຽມດວງດາວຍານອາວະກາດແຄສຊີນີເລີ່ມປະຕິບັດພາລະກິດສຸດທ້າຍໃນການສຳຫຼວດວົງແຫວນດາວເສົາແບບໃກ້ຊິດ

ຍານອາວະກາດແຄສຊີນີເລີ່ມປະຕິບັດພາລະກິດສຸດທ້າຍໃນການສຳຫຼວດວົງແຫວນດາວເສົາແບບໃກ້ຊິດ

Published on

ຫຼັງຈາກໄດ້ມີການສຳຫຼວດດາວເສົາມາເປັນເວລາ 12 ປີ ຍານອາວະກາດ ແຄສຊີນີໄດ້ເລີ່ມປະຕິບັດພາລະກິດສຸດທ້າຍຄືການໂຄຈອນສຳຫຼວດວົງແຫວນດາວເສົາຈຳນວນ 20 ຮອບ ກ່ອນທີ່ຈະສິ້ນສຸດພາລະກິດຢ່າງສົມບູນໃນເດືອນ ເມສາ 2017

ຍານແຄສຊີນີຖືກສົ່ງຂຶ້ນສູ່ອາວະກາດເມື່ອປີ 1997 ເດີນທາງໄປເຖິງ ແລະ ເຂົ້າສູ່ວົງໂຄຈອນຮອບດາວເສົາເມື່ອປີ 2004 ໄດ້ເຮັດການສຳຫຼວດ ແລະ ສຶກສາດາວເສົາ ວົງແຫວນ ແລະ ດວງຈັນບໍລິວານ ມາຕະຫຼອດຈົນເຖິງປັດຈຸບັນ ມີການຄົ້ນພົບຫຼາຍຢ່າງເຊັ່ນ: ມະຫາສະໝຸດກ້ອງພື້ນນ້ຳແຂງທີ່ດວງຈັນເອນເຊລາດັສ, ທະເລມີເທນເທິງດວງຈັນໄທທັນ ຮວມເຖິງການປ່ຽນສີຂອງພາຍຸຮູບຫົກຫລ່ຽມທີ່ຂົ້ວເໜືອຂອງດາວເສົາ

rinf

ຍານແຄສຊີນີຈະສິ້ນສຸດພາລະກິດທີ່ດວງຈັນໄທທັນຄັ້ງທີສອງ ເຊິ່ງໄດ້ຖ່າຍພາບໄທທັນທັງແສງປົກກະຕິ ແລະ ແສງອິນຟຣາເຣດ ເພື່ອປຽບທຽບກັບຄັ້ງທຳອິດ ແລະ ໄດ້ເຮັດແຜນທີ່ອຸນຫະພູມຂອງໄທທັນເພື່ອນັກວິທະຍາສາດໄດ້ສຶກສາທຳຄວາມເຂົ້າໃຈອົງປະກອບຂອງບັນຍາດໃນດວງຈັນນີ້

 

ແຮງໂນ້ມຖ່ວງຈາກໄທທັນຊ່ວຍສົ່ງໃຫ້ຍານແຄສຊີນີເຂົ້າສູ່ວົງໂຄຈອນໃໝ່ໄປເມື່ອວັນທີ 30 ພະຈິກ 2016 ທີ່ຜ່ານມາ ມັນຈະໂຄຈອນແບບນີ້ໄປຈົນຮອດເດືອນ ເມສາ 2017 ແລະ ໃນລະຫວ່າງນັ້ນຍານໂຄຈອນຈະເຂົ້າໃກ້ວົງແຫວນ F ເຊິ່ງເປັນຂອບຂອງວົງແຫວນຫຼັກ ອາທິດລະໜຶ່ງຄັ້ງ ລວມທັງໝົດ 20 ຮອບ ໂດຍມີໄລຍະໃກ້ທີ່ສຸດນ້ອຍກວ່າ 8,000 ກິໂລແມັດ (ຮູບດ້ານລຸ່ມເສັ້ນສີຟ້າສະແດງໃຫ້ເຫັນວົງໂຄຈອນຂອງຍານ ແຄສຊີນີ)

gr

ໃນລະຫວ່າງການໂຄຈອນຍານແຄສຊີນີຈະຖ່າຍພາບຄວາມລະອຽດສູງຂອງໂຄງສ້າງວົງແຫວນດາວເສົາ ວົງແຫວນແຕ່ລະຊັ້ນກວ້າງຫຼາຍມີຕັ້ງແຕ່ຫຼາຍພັນເຖິງຫຼາຍໝື່ນກິໂລແມັດ ແຕ່ມີຄວາມໜາໜ້ອຍຫຼາຍ ບໍ່ເຖິງ 1 ກິໂລແມັດ ຈິ່ງມີລັກສະນະຄ້າຍຄືເຈ້ຍບາງໆ

ຫຼັງຈົບການສຳຫຼວດວົງແຫວນໃນເດືອນ ເມສາ 2017 ຍານແຄສຊີນີ ກໍ່ຈະເຂົ້າສູ່ຊ່ວງໄລຍະສຸດທ້າຍຂອງມັນ ເພາະວ່າເຊື້ອເຜີງຍັງເຫຼືອໜ້ອຍ ຖ້າເຊື້ອເຜີງໝົດນາຊ່າຈະຄວບຄຸມມັນບໍ່ໄດ້ ຍານຈະຖືກນຳໄປຢູ່ທີ່ລະດັບ 1,600 ກິໂລແມັດເໜືອເມກລະດັບຊັ້ນເທິງສຸດ ຈາກນັ້ນກໍ່ຈະສົ່ງລົງໄປຜ່ານຊ່ອງຫວ່າງດາວແກັສຍັກກັບວົງແຫວນຂອງມັນ ແລະ ໃນວັນທີ 15 ກັນຍາ 2017 ຍານແຄສຊີນີກໍ່ຈະກັບເຂົ້າສູ່ຍານອາວະກາດດາວເສົາ ແລະ ຍານຈະລະເບີດແຕກກະຈາຍ ເປັນອັນສິ້ນສຸດພາລະກິດໃນອາວະກາດທີ່ຍາວນານເຖິງ 20 ປີ

ແຫລ່ງຂໍ້ມູນຈາກ: http://www.takieng.com/stories/2633
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...