Homeສຸຂະພາບ ແລະ ສີ່ງແວດລ້ອມວິທີກຳຈັດແມ່ທ້ອງ ແລະລ້າງພິດອອກຈາກຮ່າງກາຍ ດ້ວຍກະທຽມສົດ

ວິທີກຳຈັດແມ່ທ້ອງ ແລະລ້າງພິດອອກຈາກຮ່າງກາຍ ດ້ວຍກະທຽມສົດ

Published on

ກະທຽມ ເປັນສະໝຸນໄພທີ່ມີປະສິດທິພາບຫຼາຍທີ່ສຸດ ສາມາດໃຊ້ເພື່ອຊ່ວຍບຳລຸງສຸຂະພາບຂອງເຮົາໄດ້ຫຼາຍຢ່າງ ແລະກະທຽມຍັງໄດ້ ຖືກນຳມາໃຊ້ເພື່ອ ດູແລສຸຂະພາບມາຫຼາຍສະຕະວັດ, ອີກທັງຍັງມາເປັນສ່ວນປະກອບໃນການປຸງແຕ່ງອາຫານໄດ້ອີກດ້ວຍ

ການກິນ ກະທຽມສົດ ຈະໃຫ້ປະໂຫຍດກັບສຸຂະພາບຫຼາຍທີ່ສຸດ ເພາະຊ່ວຍກຳຈັດແມ່ທ້ອງໃນຮ່າງກາຍ ແລະຂັບສານພິດໄປພ້ອມກັນ, ການກຳຈັດແມ່ທ້ອງນັ້ນ ພຽງແຕ່ຕັດກະທຽມເປັນຕ່ອນນ້ອຍໆ ປະມານ​ 1-2 ກີບ ແລະປະສົມກັບນໍ້າ 1 ຈອກ ດື່ມກ່ອນກິນອາຫານ ຫຼື ກິນນໍ້າກະທຽມ 6 ບ່ວງແກງ; ເອົາກະທຽມ 1 ກີບປະສົມ ກັບນໍ້າມັນໝາກພ້າວໜ້ອຍໜຶ່ງ  ແລະຫົວຫອມບົ່ວ 1 ຫົວ ແລ້ວກໍກິນທຸກວັນ ຈະຊ່ວຍກຳຈັດແມ່ທ້ອງຊະນິດຕ່າງໆໄດ້

ນອກຈາກນີ້ ກະທຽມຍັງຊ່ວຍລ້າງສານພິດ ອອກຈາກຮ່າງກາຍ ແລະຊ່ວຍໃຫ້ມີສະມາທິຫຼາຍຂຶ້ນ ພຽງແຕ່ປາດກະທຽມປະໄວ້ໃກ້ຕົວ ແລະປະໃຫ້ກິ່ນຂອງມັນລອຍຢູ່ໃນອາກາດຫ້ອງຂອງເຈົ້າ

 ກະທຽມສົດສາມາດ ປິ່ນປົວສຸຂະພາບຮ່າງກາຍຂອງເຈົ້າໄດ້ດັ່ງນີ້:

  • ບັນຫາລະບົບພູມຄຸ້ມກັນ
  • ບັນຫາກ່ຽວກັບລຳໄສ້
  • ການຕິດເຊື້ອທາງເດີນຫາຍໃຈ
  • ບັນຫາຜິວໜັງ
  • ແມ່ທ້ອງ
  • ການລ້າງສານພິດ
  • ຄວາມດັນເລືອດສູງ
  • ກະດູກຜ່ອຍ
  • ພະຍາດກ່ຽວກັບອາຍຸເຊັ່ນ: ອັນໄຊເມີ ແລະພາວະສະໝອງເສື່ອມ

ການເພີ່ມກະທຽມລົງໄປໃນອາຫານ ມັນຈະຊ່ວຍທຳຄວາມສະອາດຮ່າງກາຍຂອງເຈົ້າໄດ້ດີ ແລະກຳຈັດສານພິດທຸກປະເພດອອກຈາກຮ່າງກາຍ ແລະຍັງປ້ອງກັນບັນຫາສຸຂະພາບໃຫ້ກັບຮ່າງກາຍຂອງເຈົ້າອີກດ້ວຍ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...