Homeຂ່າວຕ່າງປະເທດຜົວເມຍຄົນຈີນ ຈັບແມ່ອາຍຸ 92 ປີ ຂັງໄວ້ໃນຄອກ

ຜົວເມຍຄົນຈີນ ຈັບແມ່ອາຍຸ 92 ປີ ຂັງໄວ້ໃນຄອກ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 11 ມັງກອນ 2017 ຜ່ານມາວ່າ  ຜົວເມຍຄົນຈີນ ໄດ້ຂັງແມ່ ໄວ້ໃນຄອກເຫຼັກ ເຊິ່ງແມ່ອາຍຸ 92 ປີອາໄສຢູ່ເຂດຊົນນະບົດ ຊົນຊາດເຍົ້າ ເມືອງເຟິງສານ ເຂດປົກຄອງຕົນເອງກວ່າງຊີ ຖືກລູກຊາຍກັບໃພ້ ບັງຄັບໃຫ້ໃຊ້ຊີວິດຢ່າງໜ້າສົງສານ ພາຍໃນຫ້ອງເກົ່າມືດ, ແຄບ ແລະເປື້ອນ ບໍ່ມີຕຽງນອນ ມີພຽງຜ້າຫົ່ມຜືນເກົ່າ ທີ່ປູໄວ້ແຜ່ນໄມ້ກະດານເທົ່ານັ້ນ, ເຊິ່ງປະຕູເປັນເຫຼັກປິດລ໊ອກໄວ້ ເບິ່ງແລ້ວບໍ່ຕ່າງກັບຄອກໝູ, ນອກຈາກນີ້ ຍັງປ່ອຍໃຫ້ອົດຢາກ ໃຫ້ນຸ່ງແຕ່ເຄື່ອງນຸ່ງໂຕເກົ່າໆ ແລະຖືກຮ້າຍດ່າຕະຫຼອດ

ລູກຊາຍ ແລະລູກໃພ້ບອກວ່າ ເພາະແມ່ຕົນເອງປ່ວຍ ກັ້ນການຂັບຖ່າຍບໍ່ໄດ້ ເລີຍສ້າງພາລະໜັກໃຫ້ພວກເຂົາ ຈຶ່ງຕັດສິນໃຈຍ້າຍລາວໄປຢູ່ເຮືອນຄົວ ທີ່ເປັນຄອກແບບທີ່ເຫັນ

ທັງນີ້ ທາງເຈົ້າໜ້າທີ່ໄດ້ດຳເນີນການນຳຕົວລູກຊາຍ ແລະລູກໃພ້ ໄປສືບສວນ ເຊິ່ງທັງສອງຍັງບໍ່ຍອມຮັບຜິດ ແລະຈະໄດ້ດຳເນີນຄະດີຕໍ່ໄປ, ຈາກນັ້ນ ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ເຂົ້າຊ່ວຍເຫຼືອແມ່ເຖົ້າຄົນນັ້ນ ພາໄປອາບນໍ້າ ແລະປ່ຽນເຄື່ອງນຸ່ງ ແລ້ວສົ່ງຕົວໄປໂຮງໝໍ ເພື່ອກວດສຸຂະພາບ ເຊິ່ງຕອນນີ້ຢູ່ໃນການດູແລຂອງແພດແລ້ວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...