Homeຂ່າວເຫດການທ່ານ ສອນໄຊ ສີພັນດອນ ຢ້ຽມຢາມເຂດພັດທະນາກວມລວມໄຊເຊດຖາ

ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມເຂດພັດທະນາກວມລວມໄຊເຊດຖາ

Published on

ໃນຕອນບ່າຍຂອງວັນທີ 10 ມັງກອນ 2017 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຊຸກຍູ້ ແລະ ຢ້ຽມຢາມ ເຂດພັດທະນາກວມລວມ ໄຊເຊດຖາ ເຊິ່ງມີທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາກົມກອງທີ່ກ່ຽວຂ້ອງ, ພະແນກການ, ຄະນະຮັບຜິດຊອບເຂດດັ່ງກ່າວ ແລະ ບັນດາຜູ້ລົງທຶນພາຍໃນເຂດ ໃຫ້ການຕ້ອນຮັບ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ກໍ່ໄດ້ຮັບຟັງການລາຍງານ ກ່ຽວກັບການພັດທະນາເຂດດັ່ງກ່າວ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນເດືອນສິງຫາ 2011 ໂດຍແມ່ນລັດຖະບານລາວຖືຫຸ້ນ 25% ໃນເນື້ອທີ່ 1 ພັນເຮັກຕາ. ປະຈຸບັນ, ສຳເລັດການກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ ການກໍ່ສ້າງເສັ້ນທາງຍາວກວ່າ 14 ກິໂລແມັດ, ກໍ່ສ້າງສະຖານີໄຟຟ້າ 115 KV ແລະ ເຄືອຂ່າຍໄຟຟ້າ ຍາວກວ່າ 3 ກິໂລແມັດ ແລະ ການກໍ່ສ້າງທໍ່ສົ່ງນ້ຳປະປາ ພາຍໃນເຂດ, ສ່ວນການຊົດເຊີຍທີ່ດິນ ແມ່ນສຳເລັດແລ້ວ 570 ເຮັກຕາ  ຍັງເຫຼືອອີກ 369,9 ເຮັກຕາ. ສຳລັບນັກລົງທຶນ ແມ່ນໄດ້ມີການຈົດທະບຽນແລ້ວ 30 ບໍລິສັດ ມູນຄ່າກວ່າ 277 ລ້ານໂດລາສະຫະລັດ ເຊິ່ງໄດ້ເຄື່ອນໄຫວຕົວຈິງ 10 ບໍລິສັດ.

20170110_2

ໃນຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມບຸກບືນພະຍາຍາມ ໃນການພັດທະນາເຂດດັ່ງກ່າວ ແລະ ສາມາດດຶງດູດການລົງທຶນ ຂອງບັນດານັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ມາໄດ້ຈຳນວນໜຶ່ງ. ພ້ອມນີ້,  ຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ຈົ່ງໄດ້ເອົາໃຈໃສ່ພັດທະນາເຂດແຫ່ງນີ້ ໄປຕາມເນື້ອໃນ ທີ່ການນຳຂອງສອງພັກ-ສອງລັດ ລາວ-ຈີນ ໄດ້ຕົກລົງກັນ, ໃຫ້ພະຍາຍາມຂຸດຄົ້ນທ່າແຮງບົ່ມຊ້ອນທີ່ມີຢູ່ພາຍໃນເຂດພັດທະນາ, ເອົາໃຈໃສ່ກໍ່ສ້າງບັນດາສາທາລະນູປະໂພກ ເປັນຕົ້ນ ໂຮງຮຽນ, ໂຮງໝໍ ແລະ ສະໜາມກີລາ ທີ່ໄດ້ຄຸນນະພາບ ແລະ ມາດຕະຖານ ເພື່ອບໍລິການແກ່ພໍ່ແມ່ປະຊາຊົນທີ່ຢູ່ອ້ອມຂ້າງ ແລະ ເຂດຕົວເມືອງໃກ້ຄຽງ, ເອົາໃຈໃສ່ໂຄສະນາປະຊາສຳພັນ ຜ່ານສື່ຕ່າງໆ ແລະ ສຶກສາອົບຮົມ ການເມືອງແນວຄິດ ເພື່ອໃຫ້ມວນຊົນເຂົ້າໃຈ ແລະ ເຂົ້າຮ່ວມການພັດທະນາເຂດດັ່ງກ່າວ ຢ່າງຈິງຈັງ.

ແຫຼ່ງຂ່າວ: ກົມປະຊາສຳພັນ ຫສນຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...