spot_img
Homeຂ່າວເຫດການປະທານປະເທດ ຢ້ຽມຢາມພື້ນຖານເສດຖະກິດຢູ່ເມືອງ ປາກງື່ມ

ປະທານປະເທດ ຢ້ຽມຢາມພື້ນຖານເສດຖະກິດຢູ່ເມືອງ ປາກງື່ມ

Published on

ໃນ​ວັນ​ທີ 11 ມັງກອນ 2017ຜ່ານມານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ​ເຂດພັດທະນາກະສິກໍາຢູ່ເມືອງ ປາກງື່ມ ນະຄອນຫລວງວຽງຈັນ ໂດຍ​ໃຫ້​ກຽດຮັບການຕ້ອນຮັບ ຈາກຄະນະ​ນໍາ, ເຈົ້າເມືອງປາກງື່ມ ແລະ ປະຊາຊົນ.

​ທ່ານ ປະທານປະເທດໄດ້ຢ້ຽມຢາມ ກຸ່ມຜະລິດພືດອິນຊີບ້ານທ່າຊ້າງ ເຊິ່ງເປັນກຸ່ມຜະລິດ​ຕົວ​ແບບ ​ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2010 ເປັນຕົ້ນມາ ປັດຈຸບັນມີສະມາຊິກ 77 ຄອບຄົວ ມີເນື້ອທີ່ຜະລິດ 60 ເຮັກຕາ ສາມາດສະໜອງພືດຜັກອິນຊີປະເພດຕ່າງໆ ສະໜອງໃຫ້ນະຄອນຫລວງວຽງຈັນ 3-4 ໂຕນຕໍ່​ອາທິດ ​ແລະ ສາມາດສ້າງລາຍຮັບໄດ້ 30-40 ລ້ານກີບ, ຈາກນັ້ນກໍໄດ້ໄປຢ້ຽມ ຢາມຟາມພູຕາເວັນ ​ເຊິ່ງ​ເປັນ​ຟາ​ມຕົວແບບ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2012 ໂດຍການຜະລິດກະສິກໍາ ທີ່ມີຄວາມປອດໄພ ແລະ ດີຕໍ່ສຸຂະພາບ ພາຍໃນຟາມນອກຈາກ ຈະປູກພືດຜັກນາໆຊະນິດແລ້ວ ຍັງມີຟາມງົວ ແລະ ສັດອື່ນໆ, ລົງຢ້ຽມຢາມຟາມລ້ຽງງົວ ຂອງບໍລິສັດເອັກສພີການຄ້າລາວ-ຈີນຈໍາກັດ ມີເນື້ອທີ່ 100 ເຮັກຕາ ໄດ້ເລີ່ມບຸກເບີກແຕ່ປີ 2012 ເປັນຕົ້ນມາ ເຊິ່ງເປັນຟາມໜຶ່ງທີ່ເປັນຕົວແບບ ມີການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການຜະລິດ ນໍາໃຊ້ລະບົບຝົນຝອຍເພື່ອປູກຫຍ້າ ສາລີ ເປັນອາຫານໃຫ້ງົວ ໂດຍຟາມດັ່ງກ່າວມີແຜນ ລ້ຽງງົວ 1.500 ແມ່ ນອກນີ້ຍັງມີແຜນລ້ຽງໝູ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.

ໂອກາດດັ່ງ​ນີ້, ປະທານປະເທດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການບຸກບືນ ສູ້ຊົນຂອງ​ຜູ້​ປະກອບ​ການ​ ຈົນເຮັດໃຫ້ກິດຈະການມີການເຕີບໃຫຍ່ ຂະຫຍາຍຕົວ ​ແລະ ​ໄດ້ປະກອບສ່ວນ ດ້ານສະບຽງອາຫານ, ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງ ໃຫ້ກຸ່ມຜະລິດພືດຜັກອິນຊີ ກໍ່ຄື ເຈົ້າຂອງຟາມສືບຕໍ່ຂະຫຍາຍເນື້ອທີ່ການຜະລິດ ແລະຜົນຜະລິດໃຫ້ຫລາຍຂຶ້ນ ຮັບປະກັນໃຫ້ໄດ້ທັງຄຸນະພາບ ແລະ ປະລິມານ ເພື່ອຕອບສະໜອງຄວາມຕ້ອງການ ຂອງຕະຫລາດທີ່ນັບມື້ຫລາຍຂຶ້ນ ເນັ້ນໃຫ້ ນະຄອນ​ຫລວງ​ວຽງ​ຈັນ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໃຫ້ການຊຸກຍູ້ສົ່ງເສີມ ບົນພື້ນຖານຂອງລະບຽບ ແລະ ຂໍ້ກໍານົດຕ່າງໆ ຂອງພັກ ແລະ ລັດຖະບານ ເພື່ອຊ່ວຍໃຫ້ເຂົາເຈົ້າສາມາດ ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນຕົວແບບທີ່ດີໃນຕໍ່ໜ້າ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...