spot_img
Homeຂ່າວພາຍ​ໃນກອງປະຊຸມປຶກສາຫາລືຄັ້ງທໍາອິດ ລະຫວ່າງ ໂຄສົກລັດຖະບານ ກັບບັນດາສື່ມວນຊົນ

ກອງປະຊຸມປຶກສາຫາລືຄັ້ງທໍາອິດ ລະຫວ່າງ ໂຄສົກລັດຖະບານ ກັບບັນດາສື່ມວນຊົນ

Published on

ໃນຕອນເຊົ້າຂອງວັນທີ 11 ມັງກອນ 2017 ຜ່ານມານີ້ ທີ່ຫໍປະຊຸມແຫ່ງຊາດ (NCC) ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງ ໂຄສົກລັດຖະບານ ກັບບັນດາສື່ສິ່ງພິມ ໂດຍການເປັນປະທານຂອງ ທ່ານ. ສຈ.ປອ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ, ມີທ່ານຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າບັນນາທິການສື່ສິ່ງພິມຕ່າງໆ ຫຼາຍກວ່າ 60 ກວ່າສື່ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

11,1,2016,2

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນ ຄໍາຄິດຄໍາເຫັນ ໃນການຈັດຕັ້ງປະຕິບັດ ວຽກງານໂຄສະນາເຜີຍແຜ່ ແນວທາງ, ນະໂຍບາຍຂອງພັກ, ກົດໝາຍ ແລະ ບຽບການຂອງລັດ ກໍ່ຄື ຜົນສໍາເລັດການຈັດຕັ້ງປະຕິບັດ ແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການດັ່ງກ່າວ ໃຫ້ມີປະສິດທິຜົນ ສົມເປັນພາຫະນະອັນແຫຼມຄົມ ໃນການຕໍ່ສູ້ຕ້ານ ປະກົດ ການຫຍໍ້ທໍ້ຕ່າງໆໃນສັງຄົມ ທັງເປັນການປະກອບສ່ວນສໍາຄັນ ໃນການສຶກສາອົບຮົມ ແລະ ຊວນເຊື່ອມະຫາຊົນ ໃຫ້ມີຄວາມສາມັກຄີປອງດອງ, ເປັນກໍາລັງແຮງ ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກເຮົາ ໃຫ້ບັນລຸຕາມຈຸດໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງໄວ້ ຄື: “ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາ ມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ”.

ຜ່ານການປຶກສາຫາລື, ສົນທະນາ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເຊິ່ງໄດ້ເຮັດໃຫ້ກອງປະຊຸມ ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ມີເນື້ອໃນທີ່ຄົບຖ້ວນ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ສຈ.ປອ. ຈະເລີນ ເຢຍປາວເຮີ ໄດ້ຮຽກຮ້ອງມາຍັງຫົວໜ້າ-ຄະນະບັນການ ແລະ ສື່ສິ່ງພິມຕ່າງໆ ລວມທັງ ຜູ້ເຂົ້າຮ່ວມກອງປະຊຸມ 1. ຈົ່ງຢຶດໝັ້ນນໍາ ພາ-ຊີ້ນໍາສື່ຂອງຕົນ ເຄື່ອນໄຫວຕາມກົດໝາຍ ແລະ ນິຕິກໍາວ່າດ້ວຍສື່ມວນຊົນ ຂອງລັດເຮົາ ໃຫ້ເຂັ້ມງວດ ແລະ ສັກສິດ; 2. ໃນການໂຄສະນາ, ອອກຂ່າວ ຕ້ອງຢຶດໝັ້ນຕາມແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດ, ສະພາບຄວາມເປັນຈິງ ແລະ ມູນເຊື້ອຂອງຊາດ ແລະ ບັນພະບູລຸດຂອງລາວເຮົາ; 3. ຕ້ອງກໍາແໜ້ນ ແລະ ຢຶດໝັ້ນຫຼັກການລວມສູນ ປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ. ໝາຍຄວາມວ່າ: ເວລາໂຄສະນາ, ອອກຂ່າວ ກ່ຽວກັບຜົນງານ ແລະ ການເຄື່ອນໄຫວຂອງຜູ້ນໍາຂັ້ນສູງນັ້ນ ຕ້ອງຄໍານຶງເຖິງຜົນງານ ຂອງການນໍາພາລວມໝູ່ຄະນະ ຂອງກົມການເມືອງສູນກາງພັກ, ຂອງຄະນະປະຈໍາສະພາແຫ່ງຊາດ ແລະ ຂອງລັດຖະບານ; 4. ໃນຍຸກໂລກາພິວັດ ແລະ ການເຊື່ອມໂຍງສາກົນນີ້ ຕ້ອງໄດ້ຮັກສາເອກະລັກ ແລະ ມູນເຊື້ອຂອງຊາດຕົນ ແລະ ສື່ມວນຊົນຂອງລາວ, ສ້າງສະຕິ ເປັນເຈົ້າໃນການເຊື່ອມໂຍງກັບ ພາກພື້ນ ແລະ ສາກົນໃຫ້ສູງຂຶ້ນ. ພ້ອມດຽວກັນນີ້, ກໍ່ຕ້ອງປູກສ້າງສະຕິເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດ “ເຊື່ອມໂຍງ ແຕ່ບໍ່ເຊື່ອມເສຍເອກະລາດ, ອະທິປະໄຕຂອງຊາດ, ເຊື່ອມໂຍງແຕ່ບໍ່ເຊື່ອມຕົວ” ສະນັ້ນ, ການໂຄສະນາ, ການອອກຂ່າວຂອງສື່ມວນຊົນລາວ ຕ້ອງຮັກສາ ແລະ ເສີມຂະຫຍາຍມູນເຊື້ອທີ່ ດີຂອງຕົນ, ບໍ່ລອກແບບ ແລະ ບໍ່ແລ່ນນໍາສື່ສັງຄົມ ຂອງປະເທດອື່ນ; 5. ໂຄສົກລັດຖະບານ ຈະສ້າງກົນໄກໃນການປະສານງານ ແລະ ສະໜອງຂໍ້ມູນຂ່າວສານ ກັບສື່ມວນຊົນຕ່າງໆ ໃຫ້ຫຼາຍຂຶ້ນ ເພື່ອຮັບປະກັນ ໃຫ້ແກ່ການໂຄສະນາ, ອອກຂ່າວ, ຖະແຫຼງຂ່າວ ແຕ່ລະໄລຍະ ເປັນປະໂຫຍດສູງສຸດ ໃຫ້ແກ່ປະເທດຊາດ, ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ, ບໍ່ສ້າງສິ່ງທີ່ເຊື່ອມເສຍ ຕໍ່ລະບອບການເມືອງ, ປະເທດຊາດ ແລະ ປະຊາຊົນລາວ ຂອງພວກເຮົາ.

ແຫລ່ງຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມປະຊາສຳພັນ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...