spot_img
Homeຂ່າວຕ່າງປະເທດພາບຫຼ້າສຸດ “ມະນຸດຕົ້ນໄມ້” ຫຼັງຈາກຜ່າຕັດສໍາເລັດ

ພາບຫຼ້າສຸດ “ມະນຸດຕົ້ນໄມ້” ຫຼັງຈາກຜ່າຕັດສໍາເລັດ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11 ມັງກອນ 2017 ຜ່ານມາວ່າ ໄດ້ມີການເຜີຍແຜ່ພາບຫຼ້າສຸດຂອງ ອາບຸນ ບາຈານດາ ຊາຍໜຸ່ມບັງກາລາເທດ ອາຍຸ 27 ປີ ທີ່ເຂົ້າຮັບການປິ່ນປົວ ອາກາດປ່ວຍປະຫຼາດ ທີ່ເອີ້ນວ່າ “ພະຍາດມະນຸດຕົ້ນໄມ້” ດ້ວຍວິທີການຜ່າຕັດ 16 ຄັ້ງ ຈົນເຮັດໃຫ້ເຂົາກັບມາໃຊ້ຊີວິດປົກກະຕິຄືກັບຄົນທຳມະດາ

ເຊິ່ງພາບດັ່ງກ່າວໄດ້ເຜີຍໃຫ້ເຫັນວ່າ ອາບຸນ ມີໃບໜ້າຍິ້ມແຍ້ມແຈ່ມໃສ ເມື່ອມືທັງສອງຂ້າງບໍ່ມີຕຸ່ມ ທີ່ເປັນອາການຂອງພະຍາດທີ່ເປັນຄືຮາກຕົ້ນໄມ້, ເນື່ອງຈາກທີມແພດ ໄດ້ຜ່າຕັດເອົາເນື້ອສ່ວນເກີນອອກໄປ 5 ກິໂລ ກ່ອນທີມແພດໄສຍະກຳຈະຊ່ວຍຕົບແຕ່ງຂະໜາດຂອງມືໃຫ້ບາງລົງ

ອາບຸນ ເວົ້າວ່າ ລາວຮູ້ສຶກດີໃຈຫຼາຍ ທີ່ກັບມາມີຊີວິດປົກກະຕິອີກຄັ້ງ ແລະຈະໄດ້ອູ້ມລູກສາວອາຍຸ 3 ປີ, ເຊິ່ງລາວມີຄວາມກັງວົນໃຈ ເພາະຢ້ານພະຍາດດັ່ງກ່າວ ຖ່າຍທອດໄປສູ່ລູກຂອງລາວ

ສຳລັບອາການປ່ວຍນີ້ ເອີ້ນວ່າ ພະຍາດ Epidermodysplasia Verruciformis ຖືວ່າເກີດຂຶ້ນໄດ້ຍາກຫຼາຍ ເພາະມີຜູ້ປ່ວຍພະຍາດນີ້ພຽງແຕ່ 4 ຄົນເທົ່ານັ້ນທີ່ເຄີຍເປັນພະຍາດນີ້ ເຊິ່ງອາການຈະເລີ່ມຜິດປົກກະຕິບໍລິເວນຜິວໜັງ ຈາກນັ້ນຈະເຮັດໃຫ້ມີສິ່ງທີ່ຄ້າຍຄືກັບຮາກໄມ້ອອກມາຈາກມື ແລະຕີນຈົນຄືກັບຕົ້ນຳມ້ຄືດັ່ງທີ່ເຫັນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...