Homeຂ່າວຕ່າງປະເທດເສດຖີຮົງກົງ ປະກາດໃຫ້ສິນສອດ ເປັນເງິນ 180 ລ້ານດອນລາສະຫະລັດ ໃຫ້ຜູ້ຊາຍທີ່ແຕ່ງງານກັບລູກສາວ

ເສດຖີຮົງກົງ ປະກາດໃຫ້ສິນສອດ ເປັນເງິນ 180 ລ້ານດອນລາສະຫະລັດ ໃຫ້ຜູ້ຊາຍທີ່ແຕ່ງງານກັບລູກສາວ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11 ມັງກອນ 2017 ຜ່ານມາວ່າ ຊີຊິນ ຈ້າວ ນັກທຸລະກິດພັນລ້ານຂອງຮົງກົງ ສະເໜີສິນສອດ 180 ລ້ານດອນລາສະຫະລັດ ໃຫ້ກັບຜູ້ຊາຍທີ່ຈະແຕ່ງງານກັບ ຈີຈີ ຈ້າວ ລູກສາວເຊິ່ງມີລົດສະນິຍົມທາງເພດແບບ ຜູ້ຍິງຮັກຜູ້ຍິງ (ເລສບ້ຽນ)

ເຊິ່ງການປະກາດຄັ້ງນີ້ ບໍ່ແມ່ນເປັນຄັ້ງທຳອິດ ເພາະກ່ອນໜ້ານີ້ ຊີຊິນ ປະກາດຕໍ່ສາທາລະນະຊົນ ແຕ່ປີ 2012 ວ່າຈະສະເໜີສິນສອດ ເຊິ່ງເປັນເງິນສົດ ແລະຊັບສິນລວມ 60 ລ້ານດອນລາ ໃຫ້ຜູ້ຊາຍທີ່ສາມາດ ເຮັດໃຫ້ລູກສາວກັບມາເປັນຜູ້ຍິງຄືເກົ່າ ເຖິງແມ່ນວ່າຈະສະເໜີເງິນມູນຄ່າມະຫາສານ ແຕ່ກັບບໍ່ມີຜູ້ຊາຍຄົນໃດຮັບເງື່ອນໄຂດັ່ງກ່າວ

ເສດຖີໃຫຍ່ ບໍ່ຍອມທໍ້ຖອຍ ຕໍ່ມາປີ 2014 ປະກາດເພີ່ມສິນສອດໃຫ້ຊາຍທີ່ຮັບເງື່ອນໄຂດັ່ງກ່າວໄດ້ ໂດຍເພີ່ມເງິນເປັນ 120 ລ້ານດອນລາສະຫະລັດແຕ່ກໍບໍ່ມີໃຜຮັບຂໍ້ສະເໜີດັ່ງກ່າວ, ມາຮອດປີ 2017 ປະກາດເພີ່ມສິນສອດເປັນ 3 ເທົ່າຂອງຄັ້ງທຳອິດ ເປັນ 180 ລ້ານດອນລາສະຫະລັດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...