spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ ເລັ່ງຊ່ວຍເຫຼືອແມ່ຍິງຕົກຂຸມເລິກ 20 ແມັດ 

ເຈົ້າໜ້າທີ່ ເລັ່ງຊ່ວຍເຫຼືອແມ່ຍິງຕົກຂຸມເລິກ 20 ແມັດ 

Published on

ສຳນັກຂ່າວປະເທດຈີນລາຍງານ ເມື່ອວັນທີ 9 ມັງກອນ 2017 ຜ່ານມາວ່າ ເວລາປະມານ 14:11 ໂມງ ເຈົ້າທີ່ໜ້າຕຳຫຼວດ ແລະດັບເພີງ ເມືອງອັນຢາງ ມົນທົນເຫີ້ໜານ ໄດ້ຮັບແຈ້ງວ່າ ມີແມ່ຍິງຄົນໜຶ່ງ ອາຍຸ 20​ ປີ ຕົກລົງໄປໃນຂຸມທີ່ມີເສັ້ນຜ່າສູນກາງ 50 ​ຊັງຕີແມັດ ເລິກປະມານ 20 ແມັດ ໃນບ້ານສື່ເກົາ ເຊິ່ງເຈົ້າໜ້າທີ່ເລັ່ງຊ່ວຍເຫຼືອສຸດຊີວິດ

ຕາມມການລາຍງານບອກວ່າ ເຈົ້າໜ້າທີ່ ເມື່ອຍຈົນເປັນລົມໝົດສະຕິ ຫຼັງຈາກຊ່ວຍເຫຼືອຍິງຄົນດັ່ງກ່າວຂຶ້ນມາໄດ້ ເພາະຕ້ອງໃຊ້ເຊືອກມັດຕົວເອງ ແລ້ວຫ້ອຍຫົວລົງໄປໃນຂຸມ ເພື່ອໃຊ້ເຊືອກອີກເສັ້ນໄປມັດຮອບໂຕ ແມ່ຍິງຄົນດັ່ງກ່າວ ແລ້ວດຶງລາວຂຶ້ນມາ ແຕ່ຄັ້ງທຳອິດບໍ່ສຳເລັດ ຈຶ່ງຕ້ອງໄດ້ລົງໄປອີກຄັ້ງ

ແນວໃດກໍຕາມ ແມ່ຍິງຄົນດັ່ງກ່າວ ແລະເຈົ້າໜ້າທີ່ລົງໄປຊ່ວຍເຫຼືອນັ້ນ ຖືກນໍາສົ່ງໄປໂຮງໝໍ ແລະປອດໄພທັງສອງ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...