Homeອຸບັດເຫດແລະປາກົດການຫຍໍ້ທໍ້ຜົວເມົາຢາບ້າ ແທງເມຍດັບ ແລ້ວຂ້າໂຕເອງຕາຍຕາມ ຢູ່ຫຼວງນ້ຳທາ

ຜົວເມົາຢາບ້າ ແທງເມຍດັບ ແລ້ວຂ້າໂຕເອງຕາຍຕາມ ຢູ່ຫຼວງນ້ຳທາ

Published on

577 001

 

ເມື່ອບໍ່ດົນມານີ້ ໄດ້ມີເຫດການສະລົດໃຈ ເມື່ອຜົວໃຊ້ມິດແທງເມຍເສຍຊີວິດ ແລ້ວແທງຕົນເອງຕາຍຕາມ

ຊຶ່ງເຫດການດັ່ງກ່າວເກີດຂຶ້ນຢູ່ສວນຢາງພາລາ ໃນເຂດບ້ານອຸດົມສີນ ເມືອງສິງ ແຂວງຫລວງນ້ຳທາ.

 

ເຈົ້າໜ້າທີ່ ປກສ ແຂວງຫລວງນ້ຳທາລາຍງານໃຫ້ຮູ້ວ່າ: ຜູ້ຕາຍຊື່ທ້າວ ປື ເກາະ ໃຫຍ່ ອາຍຸ 28 ປີ ແລະ ນາງ

ມີແນ ອາຍຸ 29 ປີ ທັງສອງເປັນຜົວເມຍກັນ ອາໄສຢູ່ບ້ານພະຍາຫລວງ ເມືອງສິງ ແຂວງຫລວງນ້ຳທາ ເຊິ່ງ

ຜູ້ເປັນເມຍມີຮອຍບາດແຜ ຖືກແທງຫລາຍສີບຈຸດຕາມຮ່າງກາຍ, ສ່ວນຜູ້ເປັນຜົວມີຮອຍບາດແຜ່ຖືກ

ແທງຈຳນວນໜຶ່ງ ແລະ ພົບເຫັນຢາບ້າຈຳນວນ 24 ເມັດ ແລະ ມີດປາຍແຫລມໜຶ່ງດວງທີ່ຍັງມີຄາບເລືອດ

ຕິດຕົກຢູ່ໃກ້ກັບສົບຂອງຜູ້ຕາຍທັງສອງ.

 

ໂດຍຜ່ານການຊັນນະສູດ ແລະ ສອບຖາມຜູ້ໃກ້ຄຽງຢ່າງລະອຽດຂອງເຈົ້າໜ້າທີ່ຢັ້ງຢືນວ່າ: ເຫດຄາດຕະກຳ

ຄັ້ງນີ້ ແມ່ນຜູ້ເປັນຜົວໄດ້ເສບຢາບ້າຈົນມຶນເມົາຂາດສະຕິ ແລະ ໄດ້ໃຊ້ມີດແທງເມຍ ແລະ ຕົນເອງຈົນເສຍຊີ

ວິດ, ເຊິ່ງຍາດພີ່ນອງຂອງຜູ້ຕາຍໃຫ້ເຈົ້າໜ້າທີ່ຮູ້ຕື່ມວ່າ: ໃນໄລຍະຜ່ານມາຜູ້ເປັນຜົວ ແມ່ນເສບຢາບ້າເປັນ

ປະຈຳ ແລະ ມັກມີປາກສຽງຜິດຖຽງກັບເມຍເປັນປະຈຳ, ແຕ່ບໍ່ຄາດຄິດວ່າ ຊີວິດຂອງຄອບຄົວນີ້ຈະຈົບລົງ

ດ້ວຍເຫດໜ້າເສົ້າສະເທືອນຂວັນດັ່ງກ່າວ.

 

ພາບ ແລະ ຂ່າວຈາກ: http://laophatthananews.blogspot.com/2014/08/blog-post_50.html

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...