spot_img
Homeຂ່າວຕ່າງປະເທດທາງລົດໄຟທີ່ຊັນທີ່ສຸດໃນໂລກ ຢູ່ສະວິດເຊີແລນ

ທາງລົດໄຟທີ່ຊັນທີ່ສຸດໃນໂລກ ຢູ່ສະວິດເຊີແລນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ມັງກອນ 2017 ນີ້ວ່າ Pilatus railway ເປັນເສັ້ນທາງລົດໄຟ ໄຕ່ພູເຂົາປິລາຕຸສ ເຊື່ອມຕໍ່ລະຫວ່າງເມືອງ ເອນນັຄສຕາດ ແຖວທະເລຊາຍບຣູເຊິນ ເມືອງອອບວັນເດິນ ໃນປະເທດສະວິດເຊີແລນ ເຊິ່ງປາຍທາງຢູ່ເທິງຍອດພູເຂົາທີ່ມີຄວາມສູງ 2,073 ແມັດຈາກລະດັບນໍ້າທະເລ ເປັນເສັ້ນທາງລົດໄຟທີ່ມີຄວາມຍາວພຽງແຕ່ 4.6 ກິໂລແມັດ ແຕ່ເປັນເສັ້ນທາງທີ່ມີຄວາມສູງ ແລະຊັນຫຼາຍເຖິງ 48% ໄດ້ຊື່ວ່າເປັນເສັ້ນທາງລົດໄຟທີ່ຊັນທີ່ສຸດໃນໂລກ

ເສັ້ນທາງລົດໄຟເສັ້ນນີ້ ເລີ່ມກໍ່ສ້າງປະ 1886 ແລະເປີດໃຊ້ທຳອິດເມື່ອວັນທີ 4 ມິຖຸນາ 1889 ເຊິ່ງອອກແບບໂດຍພັນເອກ Eduard Locher ນັກວິສະວະກອນ ທີ່ມີປະສົບການໃນທາງປະຕິບັດໃນຕອນນັ້ນ ເຊິ່ງສະໄໝນັ້້ນໃຊ້ລົດອາຍນໍ້າ ແລະພັດທະນາປ່ຽນມາໃຊ້ລະບົບໄຟຟ້າໃນປະ 1937 ເຊິ່ງລົດໄຟທີ່ໃຊ້ເຄື່ອງຈັກໄຟຟ້າສາມາດຮອງຮັບຜູ້ໂດຍສານໄດ້ 32-40 ຄົນ/ຕູ້

ໃນປັດຈຸບັນເສັ້ນທາງນີ້ ຍັງມີການໃຊ້ງານຢູ່ ໃນແຕ່ລະປີມີນັກທ່ອງທ່ຽວມາໃຊ້ບໍລິການຮອດ 300,000 ຄົນ ແລະຈະເປີດບໍລິການລະຫວ່າງເດືອນພຶດສະພາ ຮອດເດືອນພະຈິກຂອງທຸກປີ, ເຊິ່ງຕະຫຼອດການໃຊ້ງານມາ 120 ກວ່າ​ປີ ບໍ່ເຄີຍເກີດອຸປະຕິເຫດຈັກເທື່ອ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...