spot_img
Homeຂ່າວການພັດທະນາລາວ-ກຳປູເຈຍ ເປີດນໍາໃຊ້ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ

ລາວ-ກຳປູເຈຍ ເປີດນໍາໃຊ້ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ

Published on

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2017 ນີ້ ລາວ-ກໍາປູເຈຍຮ່ວມກັນເປີດນໍາໃຊ້ດ່ານສາກົນໜອງນົກຂຽນ-ຕຣາປຽງກຣຽນ ລະຫວ່າງສອງປະເທດຢ່າງເປັນທາງການ ຢູ່ເມືອງໂຂງ ແຂວງຈຳປາສັກ ເພື່ອຍົກລະດັບດ້ານການພັດທະນາເສດຖະກິດ-ສັງຄົມ, ທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ເຊື່ອມຈອດກັບອາຊຽນ ແລະ ພາກພື້ນ ເຊິ່ງພິທີເປີດດັ່ງກ່າວນີ້ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ສົມເດັດອັກຄະມະຫາເສນາບໍດີ ເຕໂຈຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ພ້ອມດ້ວຍ ປະຊາຊົນ ຂອງສອງປະເທດ ເຂົ້າຮ່ວມ.

ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ເປັນປະເທດບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ, ມີຊາຍແດນ ແລະ ແມ່ນໍ້າລຳເຊຕິດຈອດກັນ 535 ກິໂລແມັດ, ນັບແຕ່ປີ 2000 ເປັນຕົ້ນມາ ຈົນເຖິງປັດຈຸບັນ ສອງປະເທດສາມາດສຳຫລວດ ແລະ ປັກຫລັກໝາຍໄດ້ທັງໝົດ 126 ຫລັກ, ລວມຄວາມຍາວທັງໝົດ 465 ກິໂລແມັດ, ກວມເອົາ 87% ຂອງຄາດໝາຍທີ່ວາງໄວ້ ແລະ ອື່ນໆ.

%e0%ba%94%e0%bb%88%e0%ba%b2%e0%ba%99

ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ດ່ານສາກົນໜອງນົກຂຽນ-ຕຣາປຽງກຣຽນ ເປັນດ່ານສາກົນແຫ່ງທໍາ ອິດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ, ຜ່ານມາ ເຄີຍເປັນດ່ານທ້ອງຖິ່ນ ແລະ ໄດ້ຍົກລະດັບຂຶ້ນເປັນດ່ານສາກົນເພື່ອເອື້ອອໍານວຍ ຄວາມສະດວກດ້ານການຄ້າ, ການລົງທຶນ, ຄົມມະນາຄົມ, ການທ່ອງທ່ຽວ, ການພັດທະນາເສດຖະກິດ-ສັງຄົມ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນແຂວງຈຳປາສັກ ແຫ່ງ ສປປ ລາວ ແລະ ແຂວງຊຽງແຕງ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ຍ້ອນເລັ່ງເຫັນຄວາມສໍາຄັນຂອງການພັດທະນາ ແລະ ການຮ່ວມມືດັ່ງກ່າວ ລັດຖະບານສອງປະເທດ ໄດ້ຕົກລົງ ຍົກລະດັບໃຫ້ເປັນດ່ານສາກົນ, ມາແຕ່ຕົ້ນເດືອນເມສາ 2009 ຈົນມາເຖິງປັດຈຸບັນ ດ້ວຍຄວາມພະຍາຍາມ ຂອງສອງຝ່າຍ ໃນການກະກຽມດ້ານຕ່າງໆ ທັງການກໍ່ສ້າງພື້ນຖານໂຄງລ່າງ ແລະ ຂັ້ນຕອນເອກະສານລະບຽບການກ່ຽວຂ້ອງ ເພື່ອສ້າງດ່ານແຫ່ງນີ້ ໃຫ້ກາຍເປັນດ່ານສາກົນ ຈົນສຳເລັດ ເຊິ່ງການເປີດດ່ານສາກົນນີ້, ຈັດຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ໄດ້ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງສອງປະເທດ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ຄົບຮອບ 60 ປີ, ທັງເປັນການຕອບສະໜອງ ຄວາມມຸ້ງມາດປາດຖະໜາເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ປະຊາຊົນສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ຂອງສອງປະເທດ ກໍຄື ພາກພື້ນ ແລະ ສາກົນ.

ນອກນີ້, ຍັງຈະຊ່ວຍຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ກຳປູເຈຍ ໂດຍສະເພາະແຂວງຈຳປາສັກ ແລະ ແຂວງຊຽງແຕງ ເຊິ່ງຈະປະກອບສ່ວນເຂົ້າໃນການສົ່ງເສີມມູນຄ່າການຄ້າ ແລະ ການໄປມາຫາສູ່ກັນຂອງນັກທ່ອງທ່ຽວ ກໍຄືປະຊາຊົນສອງຊາດ ຢູ່ຕາມບໍລິເວນຊາຍແດນ ລາວ-ກຳປູເຈຍ ໃຫ້ມີຈຳນວນເພີ່ມຂຶ້ນ, ທັງມີຄວາມສະດວກ, ວ່ອງໄວ, ຂະຫຍາຍຕົວ ແລະ ເປັນລະບົບຍິ່ງໆຂຶ້ນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...