spot_img
Homeຂ່າວພາຍ​ໃນນໍ້າສະໝຸນໄພ ດື່ມຖືກເວລາໄດ້ປະໂຫຍດຫຼາຍທີ່ສຸດ

ນໍ້າສະໝຸນໄພ ດື່ມຖືກເວລາໄດ້ປະໂຫຍດຫຼາຍທີ່ສຸດ

Published on

ສະໝຸນໄພ ແຕ່ລະຊະນິດມີປະໂຫຍດຕໍ່ສຸຂະພາບຫຼາຍ ເຊິ່ງແຕ່ລະຊະນິດກໍມີສັບພະຄຸນທີ່ແຕກຕ່າງກັນ ມີທັງບຳລຸງ, ປ້ອງກັນ ແລະປິ່ນປົວອາການເຈັບປ່ວຍຕ່າງໆໄດ້ດີ, ການກິນສະໝຸນໄພນັ້ນ ມີວິທີການຕ່າງໆ ແລະສາມາດນຳມາເຮັດເປັນເຄື່ອງດື່ມໄດ້ ແລະມີຂໍ້ດີຄືຮ່າງກາຍສາມາດດູດຊຶມໄດ້ງ່າຍ, ແຕ່ຈະດື່ມໃຫ້ໄດ້ປະໂຫຍດນັ້ນ ກໍຄວນດື່ມໃຫ້ຖືກເວລາ

  1. ເວລາ 6:00-10:00 ໂມງ ແລະ 18:00-22:00 ໂມງ: ນໍ້າສະໝຸນໄພທີ່ບຳລຸງຮ່າງກາຍ ແລະປັບຄວາມສົມດູນຂອງທາດນໍ້າໄດ້ແກ່: ນໍ້າສະໝຸນໄພທີ່ມີລົດສົ້ມເຊັ່ນ: ນໍ້າສົ້ມ, ນໍ້າໝາກນາວ, ນໍ້າໝາກສີດາ ລົດຊາດສົ້ມຂອງນໍ້າສົ້ມ, ນໍ້າໝາກນາວ ຈະເຮັດໃຫ້ຊຸ່ມຄໍ, ແກ້ໄອ ຂັບຂີ້ກະເທິ, ນໍ້າໝາກສີດາ ມີລົດຊາດຝາດ ຊ່ວຍແກ້ອາການເຈັບທ້ອງ
  2. ເວລາ 10:00-14:00 ແລະ 22:00-02:00 ໂມງ: ຄວນດື່ມນໍ້າສະໝຸນໄພທີ່ຊ່ວຍບໍາລຸງຮ່າງກາຍ ແລະປັບຄວາມສົມດູນຂອງທາດໄຟ ໄດ້ແກ່ນໍ້າສະໝຸນໄພທີ່ມີລົດຊາດຂົມເຊັ່ນ: ນໍ້າຜັກໜອກ, ນໍ້າໝາກເດືອຍ, ເພາະນໍ້າຜັກໜອກ ແກ້ອາການຮ້ອນໃນຢາກນໍ້າ ເຮັດໃຫ້ສົດຊື່ນ ແກ້ອາການອັກເສບ ຫຼືຊໍ້າໃນ, ແກ້ເຈັບຫົວເບື້ອງດຽວ, ນໍ້າໝາກເດືອຍ ເປັນຢາເຢັນ ຂັບປັດສະວະ ແກ້ຮ້ອນໃນ ບຳລຸງໝາກໄຂ່ຫຼັງ ກະເພາະອາຫານ, ມ້າມ ລວມເຖິງບຳລຸງເລືອດໃຫ້ແມ່ຍິງຫຼັງຈາກເກີດລູກ, ຮັກສາອາການເຈັບທ້ອງ, ປວດຮາກ, ຮາກໄດ້
  3. ເວລາ 14:00-18:00 ແລະ 02:00-06:00 ໂມງ: ຄວນດື່ມນໍ້າສະໝຸນໄພທີ່ມີລົດຊາດເຜັດຮ້ອນເຊັ່ນ: ນໍ້າຂີງ, ນໍ້າຫົວສີໄຄ, ນໍ້າຂີງມີລົດຊາດເຜັດ ບຳລຸງທາດໃນຮ່າງກາຍ, ຂັບລົມ, ແກ້ອາການທ້ອງອືດ, ແໜ້ນທ້ອງ, ແກ້ອາການປວດຮາກ, ຊ່ວຍຈະເລີນອາຫານ, ສຳລັບນໍ້າຫົວສີໄຄ ມີລົດຊາດເຜັດ ບຳລຸງທາດ, ຊ່ວຍແກ້ອາການທ້ອງອືດ, ຈຸກທ້ອງ,​ ຂັບນໍ້າປັດສະວະ, ຂັບເຫື່ອໄດ້ດີ ຊ່ວຍຫຼຸດພິດຂອງສານພິດໃນຮ່າງກາຍໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...