Homeຂ່າວຕ່າງປະເທດຖະໜົນວົງແຫວນ ທີ່ສູງທີ່ສຸດໃນໂລກຢູ່ຕິເບດ ເປີດໃຊ້ບໍລິການບາງສ່ວນແລ້ວ

ຖະໜົນວົງແຫວນ ທີ່ສູງທີ່ສຸດໃນໂລກຢູ່ຕິເບດ ເປີດໃຊ້ບໍລິການບາງສ່ວນແລ້ວ

Published on

ຫຼັງຈາກທີ່ປະເທດຈີນມີແຜນຈະເປີດໃຊ້ຖະໜົນວົງແຫວນທີ່ສູງທີ່ສຸດໃນໂລກຢູ່ຕິເບດ ໃນເດືອນມິຖຸນາ ປີ 2017 ນີ້ຫາກການກໍ່ສ້າງສໍາເລັດສົມບູນ, ຫຼ້າສຸດ ສໍານັກຂ່າວ CRI ລາຍງານເມື່ອວັນທີ 9 ມັງກອນ 2017 ນີ້ວ່າ ຖະໜົນແຫ່ງນີ້ມີການເປີດທົດລອງໃຫ້ໃຊ້ບາງສ່ວນຂອງຖະໜົນແລ້ວ

%e0%ba%96%e0%ba%b0%e0%bb%9c%e0%ba%bb%e0%ba%99

ຖະໜົນວົງແຫວນ ທີ່ສູງທີ່ສຸດໃນໂລກຕັ້ງຢູ່ທີ່ ນະຄອນລາຊາ ເມືອງຫຼວງຂອງເຂດປົກຄອງຕົນເອງຕິເບດ ມີຄວາມຍາວ 75 ກິໂລແມັດ ປະກອບດ້ວຍ 7 ອຸມົງ ແລະມີຂົວ 27 ຂົວ ເລີ່ມກໍ່ສ້າງຕັ້ງແຕ່ເດືອນຕຸລາ 2015 ເຊິ່ງການກໍ່ສ້າງຖະໜົນນີ້ ເພື່ອເປັນການຫຼຸດຄວາມໜາແໜ້ນແອອັດຂອງການຈະລາຈອນ ເຮັດໃຫ້ໃຊ້ເວລາໃນການເດີນທາງຮອບເມືອງໜ້ອຍກວ່າ 2 ຊົ່ວໂມງ

ເຊິ່ງ ຈີນໄດ້ໃຊ້ງົບປະມານ ການກໍ່ສ້າງຂົວຫຼາຍຮອດ 11.3 ພັນລ້ານຢວນ ຫຼືປະມານ 1.62 ພັນລ້ານດອນລາສະຫະລັດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...